ແນະນຳຄວາມສົນໃຈຂອງຜູ້ຟັງກ່ຽວກັບເວັບໄຊ VOSO.VN
28/07/2022 10:17
(VOVWORLD) -ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍ 342 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ສະເພາະພາກພາສາ ລາວ ໄດ້ຮັບອີເມວ, ໂທລະສັບຈາກທ່ານຜູ້ຟັງທັງຢູ່ ລາວ ແລະ ຢູ່ຕ່າງປະເທດ ຫຼາຍຄົນ ເຊິ່ງມີຄວາມສົນໃຈເຖິງ ເວັບໄຊ VOSO.VN ຂອງ ຫວຽດນາມ ແລະ ຢາກຮູ້ໜ້າເວັບນີ້ລະອຽດກວ່າອີກ. ໃນລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງເວັບໄຊດັ່ງກ່າວ ໂດຍຜ່ານບົດຂຽນມີຫົວຂໍ້ voso.vn ເວັບໄຊ ການຄ້າເອເລັກໂຕນິກ “Make in Vietnam”.

Voso.vn ແມ່ນຜະລິດຕະພັນເຕັກໂນໂລຊີ “Make in Vietnam” ໂດຍ ກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ກອງທັບ Viettel ຜະລິດເພື່ອສະຫນອງໃຫ້ລູກຄ້າຄວາມປະທັບໃຈໃນການຊື້ເຄື່ອງຂອງທາງແບບອອນລາຍທີ່ສະດວກ, ປອດໄພ ແລະ ວ່ອງໄວ ຜ່ານການຫນູນຊ່ວຍຢ່າງແຮງໃນການຊຳລະ ແລະ ສົ່ງເຄື່ອງ. ພາຍຫລັງ 3 ປີນຳເຂົ້າເຄື່ອນໄຫວ, voso.vn ພວມນັບມື້ນັບຢັ້ງຢືນທີ່ຕັ້ງໃນຕະຫລາດການຄ້າເອເລັກໂຕນິກ ຫວຽດນາມ.
TAG
VOV/VOVworld/ການຄ້າເອເລັກໂຕນິກ
Related








