ແນະນຳກ່ຽວກັບບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ ໄດ້ຮັບການຮັບຮອງເປັນມໍລະດົກໂລກຈາກອົງການ UNESCO
08/12/2022 12:48
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນກວ່າ 300 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 25 ສະບັບ.

ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍສະແດງຄວາມປະທັບໃຈຕໍ່ໂນນພູທີ່ເຕັມໄປດ້ວຍດອກຕາເວັນປ່າຢູ່ສວນອຸດທິຍານແຫ່ງຊາດ ບາວີ່, ຮ່າໂນ້ຍ ຜ່ານພາບສາລະຄະດີທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ເພື່ອນແບ່ງປັນວ່າ: “ເບິ່ງຮູບພາບທີ່ຖ່າຍຈາກບ່ອນສູງ ເຫັນວ່າ ໂນນພູດັ່ງກ່າວໄດ້ປົກຄຸມໄປດ້ວຍສີເຫຼືອງຂອງດອກຕາເວັນປ່າ, ງາມຫຼາຍ. ຢູ່ແຂວງ ຊຽງຂວາງຂອງ ລາວ ກໍມີດອກໄມ້ຊະນິດນີ້ຫຼາຍຄືກັນ, ແຕ່ວ່າຍັງບໍ່ທັນໄດ້ພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄືຢູ່ ບາວີ່ ຮ່າໂນ້ຍ, ຫວຽດນາມ”.
TAG
VOV/VOVworld/ມໍລະດົກວັດທະນະທຳບໍ່ເປັນວັດຖຸ/ໝາກກ້ຽງໃຫຍ່
Related








