ແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວສວຍງາມຢູ່ ແຂວງ ຮ່າຢາງ, ຫວຽດນາມ
10/11/2022 11:13
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 349 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 25 ສະບັບ.

ຈົດໝາຍສະບັບທຳອິດແມ່ນຂອງເພື່ອນ ຈັນທິມາ ຈາກນະຄອນຫຼວງ ວຽງຈັນ ຝາກເຖິງລາຍການດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າມັກຊົມບັນດາພາບສາລະຄະດີ ແລະ ຄຼິບວິດີໂອທີ່ແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ ແລະ ທັດສະນີຍະພາບຂອງ ຫວຽດນາມ. ບັນດາຮູບພາບເຫຼົ່ານັ້ນ ໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ. ແລະ ນີ້ເປັນກຳລັງໜູນເພື່ອໃຫ້ຄອບຄົວຂ້າພະເຈົ້າຕັດສິນໃຈຈະໄປທ່ຽວ ຫວຽດນາມ ໃນເດືອນທັນວາຈະມາເຖິງນີ້. ຂອບໃຈທາງລາຍການກະຈາຍສຽງພາກພາສາລາວ ຫຼາຍໆເດີ!” ເພື່ອນ ຈັນທິມາ ທີ່ຮັກແພງ! ນອກຈາກບັນດາຮູບພາບທີ່ແນະນຳກ່ຽວກັບປະເທດຊາດ, ປະຊາຊົນ ຫວຽດນາມ ແລ້ວ, ໃນຄໍລຳ ຄົ້ນຫາ ຫວຽດນາມ, ວັດທະນະທຳ ຫວຽດນາມ ແລະ ປະເທດຊາດ ແລະ ຊາວ ຫວຽດນາມ ຍັງມີບົດຂຽນຫຼາຍບົດແນະນຳຢ່າງລະອຽດກ່ຽວກັບຮີດຄອງປະເພນີ, ສະຖານທີ່ທ່ອງທ່ຽວ ຫຼື ຮ່ອງຮອຍປະຫວັດສາດ… ຂອງ ຫວຽດນາມ ໃນເວັບໄຊ vovworld.vn. ແນ່ນອນວ່າ ຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ. ຫວັງວ່າ ທ່ານຈະຍາດເວລາເຂົ້າໄປອ່ານ ແລະ ແບ່ງປັນສູ່ພວກຂ້າພະເຈົ້າໄດ້ຮັບຊາບວ່າ ລະຫວ່າງ ວັດທະນະທຳຂອງ ລາວ ກັບ ຫວຽດນາມ ນີ້ ມີຄວາມແຕກຕ່າງກັນແນວໃດແດ່.
TAG
VOV/VOVworld/ຮ່າຢາງ/ໝາກກ້ຽງວິງ
Related








