VOV WorldVOV World
ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ
25/08/2022 09:50
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 309 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ
ຜູ້ຟັງ ບົວລະພາ ຈັນທະວົງ ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນວ່າ: “ໃນ 2 – 3 ອາທິດມານີ້, ຂ້າພະເຈົ້າໄດ້ອ່ານຫຼາຍບົດໃນແວບໄຊຂອງ VOV5 ໃນຄໍລຳ Make in Vietnam. ຜ່ານຄໍລຳນີ້, ຂ້າພະເຈົ້າເຫັນໄດ້ວ່າຊາວ ຫວຽດ ເກັ່ງຫຼາຍ, ໄດ້ຜະລິດ, ປະດິດຄິດສ້າງຫຼາຍຜະລິດຕະພັນ. ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍກ່ຽວກັບບັນດາຜະລິດຕະພັນລົດໂອໂຕ, ລົດຈັກຂອງກຸ່ມບໍລິສັດ Vingroup ແລະ ເຄື່ອງມືຄົ້ນຫາ ກົກໆ. ມີເທື່ອໜຶ່ງຂ້ອຍໄດ້ໄປປະຕິບັດງານຢູ່ ຫວຽດນາມ, ແລະ ເຫັນວ່າໃນຖະໜົນຫົນທາງມີລົດຈັກ, ລົດໃຫຍ່ຂອງ Vingoup ຫຼາຍຄັນ, ແນ່ນອນວ່າລົດມີຄຸນນະພາບດີຈຶ່ງໄດ້ຮັບຄວາມນິຍົມຊົມຊອບຄືແນວນັ້ນ. ບໍ່ມີການໂຄສະນາໃດທີ່ດີກ່ວາຄວາມໄວ້ເນື້ອເຊື່ອໃຈຂອງຜູ້ໃຊ້ສອຍ, ຜະລິດຕະພັນມີຄຸນນະພາບດີຈະໄດ້ຮັບການແນະນຳຈາກປາກຕໍ່ປາກຂອງປະຊາຊົນ, ຜູ້ໃຊ້ສອຍ ແລະ ຂ້ອຍເຫັນໄດ້ວ່າ Vingroup ສ້າງເຄື່ອງໝາຍການຄ້າໄດ້ດີແລ້ວ. ສ່ວນສຳລັບເຄື່ອງມືຄົ້ນຫາ ກົກໆ, ຂ້າພະເຈົ້າບໍ່ໄດ້ນຳໃຊ້ຈັກເທື່ອ ແຕ່ແນ່ນອນວ່າມັນໄດ້ສ້າງຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ຫຼາຍ ຍ້ອນວ່າເປັນໂປຼແກຼມ ສ້າງຂຶ້ນເພື່ອຮັບໃຊ້ໃຫ້ແກ່ຄົນ ຫວຽດນາມ. ດ້ວຍຕົວອັກສອນ ແລະ ວັນນະຍຸດທີ່ສັບສົນ, ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ນອນວ່າ ກົກໆ ແມ່ນມາດຕະການດີເລີດສຳລັບຊາວ ຫວຽດນາມ ແລະ ທັງຊາວຕ່າງປະເທດຮູ້ຈັກພາສາ ຫວຽດ”
TAG
VOV/VOVworld/ແຂວງ ຊາ​ປາ/ລາວ​ກາຍ