ແນະນຳບັນດາເຍື່ອງອາຫານຂອງຕ້ອນ, ຂອງຝາກທີ່ເປັນເອກະລັກສະເພາະຢູ່ແຂວງ ກາວບັ່ງ
20/10/2022 06:44
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 390 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດ, ຜູ້ຟັງ ວິໄລຄອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການດ້ວຍເນື້ອໃນວ່າ: ສະບາຍດີບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ, ໃນໄລຍະຜ່ານມາ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດພິທີສະຫລຸບ ແລະ ມອບລາງວັນໃຫ້ນັກປະພັນທີ່ຍາດໄດ້ລາງວັນໃນການປະກວດບັນດາຜົນງານວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ 2022. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ສອງລາງວັນ, ລາງວັນທີ 2 ສີ່ລາງວັນ, ລາງວັນທີ 3 ແລະ ລາງວັນຊົມເຊີຍ ຫຼາຍລາງວັນ ໃຫ້ແກ່ບັນດານັກປະພັນທີ່ເຂົ້າຮ່ວມການປະກວດຄັ້ງນີ້. ຫວັງວ່າ, ໄລຍະຈະມາເຖິງ, ບັນດາຜົນງານວັນນະຄະດີນີ້ຈະໄດ້ຮັບການເຜີຍແຜ່ໂຄສະນາໃຫ້ມະຫາຊົນ ເພື່ອໃຫ້ລຸ້ນໜຸ່ມເວົ້າສະເພາະ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມມີຄວາມເຂົ້າໃຈ, ເຊື່ອມຊຶມກ່ຽວກັບການພົວພັນທີ່ຫາຍາກລະຫວ່າງສອງປະເທດພວກເຮົາຫຼາຍກ່ວາເກົ່າ. ຂໍຂອບໃຈຕໍ່ບັນດາຂໍ້ມູນທີ່ເປັນປະໂຫຍດຈາກຜູ້ຟັງ ວິໄລຄອນ, ພວກຂ້າພະເຈົ້າກໍ່ພວມຊອກຮູ້ກ່ຽວກັບບັນດາຜົນງານວັນນະຄະດີທີ່ຍາດໄດ້ລາງວັນດັ່ງກ່າວ ຢູ່ ແລະ ຈະອອກອາກາດໃນລາຍການທີ່ເໝາະສົມ.
TAG
VOV/VOVworld/ໝາກກໍ່/ໄສ້ກອກ
Related








