ແນະນຳສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ພາກໃຕ້ ຫວຽດນາມ
22/06/2017 09:45
(VOVWORLD) - “ຂ້າພະເຈົ້າໄດ້ຕິດຕາມລາຍການ “ໂອ້ລົມກັບເພື່ອນລາວ” ເປັນປະຈຳ, ຍ້ອນວ່າ, ໃນລາຍການນີ້ໄດ້ແນະນຳໃຫ້ເພື່ອນລາວສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ຫວຽດນາມ. ແຕ່ຂ້າພະເຈົ້າເຫັນວ່າ, ບັນນາທິການພາກພາສາລາວເຄີຍແນະນຳບັນດາທັດສະນີຍະພາບຢູ່ພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ໃນລາຍການຕອບຈົດໝາຍນີ້, ຂ້າພະເຈົ້າຢາກຮູ້ຈັກເຖິງສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ພາກໃຕ້ ຫວຽດນາມ ໄດ້ບໍ່? ຫວັງວ່າບັນນາທິການຂອງພາກພາສາລາວ ຈະຍາດເວລາເພື່ອແນະນຳບັນດາຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ຂ້າພະເຈົ້າໄດ້ຮັບຊາບແດ່”

ອາທິດຜ່ານມາ, ລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ ໄດ້ຮັບ 146 ຈົດໝາຍ, ອີແມວຈາກທ່ານຜູ້ຟັງ, ຜູ້ອ່ານໃນທົ່ວໂລກ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບ 10 ອີແມວ, ໂທລະສັບ, ຈົດໝາຍຈາກທ່ານຜູ້ຟັງ, ຜູ້ອ່ານທັງຢູ່ລາວ ແລະ ຫວຽດນາມ ຝາກເຖິງລາຍການ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍເຊິ່ງທ່ານຜູ້ຟັງ, ຜູ້ອ່ານຝາກເຖິງລາຍການ. ເພື່ອນ ວິລາວັນ ບຸດດາຄຳ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ “ຂ້າພະເຈົ້າໄດ້ຕິດຕາມລາຍການ “ໂອ້ລົມກັບເພື່ອນລາວ” ເປັນປະຈຳ, ຍ້ອນວ່າ, ໃນລາຍການນີ້ໄດ້ແນະນຳໃຫ້ເພື່ອນລາວສະຖານທີ່ທ່ອງທ່ຽວ, ທັດສະນີຍະພາບຫຼາຍແຫ່ງຢູ່ ຫວຽດນາມ. ແຕ່ຂ້າພະເຈົ້າເຫັນວ່າ, ບັນນາທິການພາກພາສາລາວເຄີຍແນະນຳບັນດາທັດສະນີຍະພາບຢູ່ພາກເໜືອ ແລະ ພາກກາງຂອງ ຫວຽດນາມ. ໃນລາຍການຕອບຈົດໝາຍນີ້, ຂ້າພະເຈົ້າຢາກຮູ້ຈັກເຖິງສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ພາກໃຕ້ ຫວຽດນາມ ໄດ້ບໍ່? ຫວັງວ່າບັນນາທິການຂອງພາກພາສາລາວ ຈະຍາດເວລາເພື່ອແນະນຳບັນດາຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ຂ້າພະເຈົ້າໄດ້ຮັບຊາບແດ່”
TAG
VOV/VOVworld/ຫາດຊາຍທະເລ/ຂຽວ/ສະອາດ
Related








