VOV WorldVOV World
ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ປະກົດມີກ່ອນໝູ່ໃນປະຫວັດແຫ່ງດົນຕີຂອງ ຫວຽດນາມ
11/05/2017 08:53
(VOVWORLD)-ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 169 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍການກະຈາຍສຽງພາກພາສາລາວ ໄດ້ຮັບ ຈົດໝາຍ, ອີແມວຫຼາຍສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.ນັບແຕ່ດົນນານມາແລ້ວ, ເຄື່ອງດົນຕີເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍໄດ້ມີບົດບາດສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວ ຫວຽດນາມ, ມັນຕິດພັນກັບຊີວິດປະຈຳວັນ, ຕິດພັນກັບການອອກແຮງງານທຳການຜະລິດ, ຮີດຄອງປະເພນີ, ງານບຸນຂອງແຕ່ລະເຂດ, ພາກ.
ເຄື່ອງດົນຕີທີ່ເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍ ປະກົດມີກ່ອນໝູ່ໃນປະຫວັດແຫ່ງດົນຕີຂອງ ຫວຽດນາມ
ເພື່ອນ ພູຄຳ ຢູ່ແຂວງວຽງຈັນ ໄດ້ໂທລະສັບມາລາຍການໂດຍໃຫ້ຮູ້ວ່າ: ໃນຕົ້ນເດືອນ ພຶດສະພາ ຜ່ານມາ, ລາຍການພາກພາສາລາວ VOV ໄດ້ປ່ຽນໜ້າເວັບໄຊໃໝ່, ຂ້າພະເຈົ້າເຫັນວ່າ ໜ້າເວັບໃໝ່ນີ້ທັນສະໄໝ ແລະ ສວຍງາມກວ່າ, ມີຄວາມສະດວກກວ່າໃນການຕິດຕາມຂ່າວ,ບົດ ແລະ ຊອກຫາຂໍ້ມູນຂ່າວ. ສະເພາະ, ລາຍການພາບສາລະຄະດີ ແລະ ວີດີໂອ (media) ກໍ່ໄດ້ສ້າງຄວາມປະທັບໃຈທີ່ສຸດສຳລັບຂ້າພະເຈົ້າ. ໃນໂອກາດນີ້, ຂ້າພະເຈົ້າຂໍ້ວອຍພອນໃຫ້ VOV ແລະ VOV5 ເວົ້າສະເພາະນັບມື້ນັບມີການປັບປຸງ, ທັນສະໄໝ ແລະ ດຶງດູດຜູ້ຟັງ, ຜູ້ຊົມໃຫ້ຫຼາຍກວ່າອີກ. ໃນອາທິດຜ່ານມາ, ເພື່ອນ ທິດາ ກິດຈະເລີນ, ປະຈຸບັນພວມດຳລົງຊີວິດຢູ່ແຂວງຄຳມ່ວນ, ໄດ້ຝາກຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຕິດຕາມຂໍ້ມູນຂ່າວໃນເວັບໄຊ vovworld.vn ແລະ ໄດ້ຮູ້ວ່າ ວັນຄ້າຍວັນເກີດຂອງປະທານໂຮ່ຈິມິນ ແມ່ນໃນເດືອນພຶດສະພານີ້. ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈິມິນ ຕື່ມອີກ ແລະ ຂ້າພະເຈົ້າຢາກຮັບຟັງບາງບົດເພງທີ່ມີຊື່ສຽງກ່ຽວກັບປະທານໂຮ່ຈິມິນ. ຫວັງວ່າ, ບັນດາອ້າຍເອື້ອຍນ້ອງບັນນາທິການພາກພາສາລາວຊ່ວຍໃຫ້ຂ້າພະເຈົ້າໄດ້ຮູ້ຂໍ້ມູນ ແລະ ໄດ້ຮັບຟັງບົດເພງນັ້ນແດ່ເດີ. ເພື່ອນ ທິດາ ກິດຈະເລີນ ທີ່ຮັກແພງ, ປະທານໂຮ່ຈິມິນ (ຄາວຍັງນ້ອຍເພີ່ນມີຊື່ວ່າ ຫງວຽນຊິງກຸງ, ເມື່ອໄປຮຽນມີຊື່ວ່າ ຫງວຽນເຕີດແທ່ງ, ເວລາເຄື່ອນໄຫວປະຕິວັດເພີ່ນໄດ້ໃສ່ຊື່ວ່າ ຫງວຽນອ໋າຍກ໋ວກ (ໝາຍຄວາມວ່າຮັກຊາດ), ເພີ່ນເກີດເມື່ອວັນທີ 19 ພຶດສະພາ 1890, ຢູ່ບ້ານກິມລຽນ, ເມືອງນາມດ່ານ, ແຂວງ ເຫງະອານ ແລະ ເພີ່ນເຖິງແກ່ມໍລະນະກຳໃນວັນທີ 02 ກັນຍາ 1969 ຢູ່ຮ່າໂນ້ຍ. ປະທານໂຮ່ຈິມິນ ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ເປັນນັກວິລະຊົນທີ່ດີເລີດຂອງຊາດ, ເປັນນັກຮົບສາກົນທີ່ປີຊາສາມາດ, ເພີ່ນໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ ແລະ ອຸທິດຕະຫຼອດຊີວິດຂອງຕົນເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອອຸດົມຄະຕິກອມມູນິດ, ເພື່ອຄວາມເອກະລາດ, ອິດສະລະພາບຂອງປະເທດຊາດ, ເພື່ອສັນຕິພາບ ແລະ ຄວາມຍຸດຕິທຳໃນໂລກ. ປີ 2017 ແມ່ນປີສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງເພີ່ນ. ຢູ່ຫວຽດນາມ ເກືອບຄືວ່ານັກດົນຕີຜູ້ໃດກໍແຕ່ງບົດເພງກ່ຽວກັບເພີ່ນ, ບັນດາບົດເພງເຫຼົ່ານັ້ນລ້ວນແຕ່ແມ່ນເພງມ່ວນ ແລະ ສ້າງຄວາມສະເທືອນໃຈໃຫ້ແກ່ຜູ້ຟັງທີ່ສຸດຄືບົດເພງ: ລຸງໂຮ່ຄວາມຮັກທີ່ກວ້າງໃຫຍ່ໄພສານ, ຈາກບ້ານແຊນ, ພາກກາງຄິດຮອດລຸງໂຮ່... ໃນໂອກາດນີ້, ລາຍການພາກພາສາລາວ ກໍຈະແນະນຳບາງບົດເພງກ່ຽວກັບລຸງໂຮ່ ໃນລາຍການເພງຊິ່ງຈະອອກອາກາດໃນວັນທີ 19 ພຶດສະພາ, ພວກຂ້າພະເຈົ້າຈະຄັດສະເໜີເຖິງທ່ານຜູ້ຟັງບັນດາບົດເພງກ່ຽວກັບລຸ່ງໂຮ່, ເຊີນເພື່ອນ ທິດາ ກິດຈະເລີນ ແລະ ມິດເພງທັງຫຼາຍຕິດຕາມຮັບຟັງ.  
TAG
VOV/VOVworld/​ໄມ້​ໄຜ່​​ໄມ້​ເຮ້ຍ