VOV WorldVOV World
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານໄດ້ຝາກມາລາຍການ
04/05/2017 07:42
(VOVWORLD) - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ, ສະແດງໃຫ້ເຫັນຄວາມສົນໃຈເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ
ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ຜູ້ອ່ານໄດ້ຝາກມາລາຍການ
 ການຢ້ຽມຢາມມິດຕະພາບ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນອາທິດຜ່ານມາ ພິເສດແມ່ນການຢ້ຽມຢາມມິດຕະພາບ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມ ຜູ້ອ່ານໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ. ໃນອາທິດຜ່ານມາ, ເພື່ອນ ລັດດາພອນ, ວິລາວັນ, ໄພວອນ ແລະ ເພື່ອນ ພົມວິສັນໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ, VOV ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບກົດລະບຽບການເສັງ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ”. ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ອຸດົມໄຊ ຈັນທະວົງ ຢູ່ແຂວງ ຄຳມ່ວນ ແລະ  ເພື່ອນ ແປງ ແກ້ວມະນີ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ຍ້ອນຄ້າງຄາກັບການໄປປະຕິບັດງານຢູ່ຕ່າງປະເທດ, ສະນັ້ນ ຂ້າພະເຈົ້າບໍ່ທັນໄດ້ອັບເດັດຂ່າວຄາວກ່ຽວກັບການຢ້ຽມຢາມມິດຕະພາບ ສປປ ລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ດັ່ງນັ້ນ ຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກກ່ຽວກັບບັນດາການເຄື່ອນໄຫວຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢູ່ ລາວ ໃນການຢ້ຽມຢາມຜ່ານມາ? ຫວັງວ່າທາງລາຍການຈະແນະນຳເພື່ອໃຫ້ຂ້າພະເຈົ້າໄດ້ຮັບຮູ້ຕື່ມອີກ. ຂໍຂອບໃຈ”. ເພື່ອນ ອຸດົມໄຊ ຈັນທະວົງ ແລະ  ເພື່ອນ ແປງ ແກ້ວມະນີ ທີ່ຮັກແພງ ! ເພື່ອຊອກຮູ້ລາຍລະອຽດກ່ຽວກັບການຢ້ຽມຢາມ ລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ພວກເພື່ອນສາມາດເຂົ້າເວັບໄຊ vovworld.vn ພາກພາສາລາວ. ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍແນະນຳບາງການເຄື່ອນໄຫວພົ້ນເດັ່ນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ ລາວ. ນີ້ແມ່ນການຢ້ຽມຢາມ ລາວ ເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ແມ່ນການເຄື່ອນໄຫວສຳຄັນ, ເລີ່ມເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017”. ໃນໄລຍະຢູ່ຢ້ຽມຢາມ ລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ; ເຈລະຈາກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ; ພົບປະກັບທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ແລະ ຢ້ຽມຢາມບັນດາສະຫາຍອະດີດການນຳຂັ້ນສູງຂອງພັກ, ລັດລາວ…ທີ່ບັນດາການພົບປະເຈລະຈາ, ການນຳ 2 ປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາແຜນນະໂຍບາຍ, ມາດຕະການ ເພື່ອສືບຕໍ່ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີປະສິດທິຜົນ. 2 ຝ່າຍຢືນຢັນຄວາມສຳຄັນ ແລະ ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມ ເພື່ອຊຸກຍູ້, ເປີດກ້ວາງ ແລະ ຍົກສູງປະສິດທິຜົນແຫ່ງການຮ່ວມມືໃນຂົງເຂດເສດຖະກິດ, ການລົງທຶນ, ການຄ້າ, ການຄົມມະນາຄົມ - ຂົນສົ່ງ…ໃນນັ້ນ ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື ຫວຽດນາມ - ລາວ 9 ສະບັບ. 2 ຝ່າຍສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບຊຸກຍູ້ ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982); ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ, ລວມມີ ສ້າງສຳເລັດກອບຂອງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃນກາງປີ 2017, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ໃນຈົດໝາຍຂອງເພື່ອນ ດວງຕາ ຢູ່ແຂວງ ສາລະວັນ ຂຽນວ່າ: ຜ່ານມາ ຂ້າພະເຈົ້າໄດ້ຕິດຕາມພາບສາລະຄະດີ “ລົດຖັງເລກໝາຍ 390 ຕຳປະຕູທຳນຽບເອກະລາດໃນຕອນທ່ຽງວັນທີ 30/04/1975. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກັບບັນດາຮູບພາບເອກະສານປະຫວັດສາດ, ຜ່ານບັນດາຮູບພາບດັ່ງກ່າວ ຂ້າພະເຈົ້າມີຄວາມເຂົ້າໃຈແຈ້ງຕື່ມອີກ ກ່ຽວກັບລົດຖັງເລກໝາຍ 390 ຕຳປະຕູທຳນຽບເອກະລາດ ດ້ວຍຈິດໃຈຕັດສິນໃຈຍາດເອົາໄຊຊະນະ, ເປັນຂີດໝາຍປະຫວັດສາດໃນການຕໍ່ຕ້ານຕ້ານອາເມລິກາກູ້ຊາດໄດ້ຮັບໄຊຊະນະຢ່າງສົມບູນ, ພາກເຫນືອພາກໃຕ້ ຫວຽດນາມ ໄດ້ໂຮມເຂົ້າເປັນເອກະພາບ. ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com . ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.
TAG
VOV/VOVworld/​ເສດ​ຖະ​ກິດ/ການ​ລົງ​ທຶນ/ການ​ຄ້າ/​ການຄົມ​ມະ​ນາ​ຄົມ - ຂົນ​ສົ່ງ