ຄວາມຮູ້ສຶກຂອງທ່ານຜູ້ຟັງກ່ຽວກັບບັນດາກິດຈະກຳສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ
21/07/2022 16:00
(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 347 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 23 ສະບັບ ເຊິ່ງເນື້ອໃນສ່ວນຫຼາຍແມ່ນຄຳແບ່ງປັນທີ່ກ່ຽວຂ້ອງເຖິງນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ.

ໃນຊຸມວັນຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຄຳແບ່ງປັນຄວາມຮູ້ສຶກເມື່ອຕິດຕາມຂ່າວ, ບົດ, ເລື່ອງລາວຕ່າງໆກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໃນເວັບໄຊ vovworld.vn ກໍຄື ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ຄົບຮອບ 45 ປີ ເຊິ່ງຫາກໍຈັດຂຶ້ນຢູ່ ຮ່າໂນ້ຍ. ຜູ້ຟັງສ່ວນຫຼາຍໄດ້ສະແດງຄວາມຕື້ນຕັນໃຈຕໍ່ເລື່ອງລາວທີ່ລຽບງ່າຍ, ເກີດຂຶ້ນໃນຊີວິດປະຈຳວັນຂອງສອງຊາດ ແຕ່ກໍ່ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ ຫວຽດນາມ - ລາວ.
TAG
VOV/VOVworld/ຫວຽດນາມ/ລາວ/ມິດຕະພາບ/ສາມັກຄີ/ຮ່ວມມື
Related








