VOV WorldVOV World
ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email
18/07/2014 08:10
​ເພື່ອນ ບຸນ​ທອງ ຢູ່ ​ແຂວງ ​ຄຳ​ມ່ວນໄດ້​ສົ່ງ​ຈົດໝາຍ​ມາ​ຫາ​ລາຍການ​ໂດຍ​ເວົ້າ​ວ່າ: ຫວ່າງ​ແລ້ວ​ນີ້ ນ້ອງ​ໄດ້​ອ່ານ​ວາລະສານ​​ແນະນຳ​ບັນດາ​ສະຖານ​ທີ​່ທ່ອງ​ທ່ຽວ​ທີ່​ລື​ຊື່​ຂອງ​ຫວຽດນາມ, ​ໃນ​ນັ້ນ​ ເວົ້າ​ເຖິງ​ບ້ານ​​ໂດນ ຢູ່ ​ແຂວງ​ດັກ​ລັກ
ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email
ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວມີ​ຄວາມ​ປິ​ຕິ​ຊົມ​ຊື່ນຍ້ອນ​ວ່າ​​ປະຈຳ​ອາທິດ​ລ້ວນ​ແຕ່​ໄດ້​ຮັບ​ຈົດໝາຍ​email ຫລາຍສະບັບ ​ແລະ ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ​ລາວ. ​​ເຖິງ​ວ່າ​ຖືກ​ຄ້າງຄາ​ກັບ​ວຽກງານ​ກໍ​ຕາມ ​ແຕ່ ບັນດາ​ ທ່ານ​ຜູ້​ຟັງ​ລ້ວນ​ແຕ່​ຍາດ​ເວລາ​ເພື່ອ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ, ປະກອບ​ຄຳ​ຄິດ​ຄ​ຳ​ເຫັນ, ສະ​ແດງ​ຄວາມ​ຮູ້ສຶກ​ເມື່ອ​ໄດ້​ຮັບ​ຟັງບັນດາລາຍ​ການ ກໍ່​ຄື​ຢາກ​ຊອກ​ຮູ້​ບາງ​ບັນຫາ    ​ຊື່​ງທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​. ​ໃນ​ລາຍການ​  ໂອ້​ລົ​ມກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ຂ້າພະ​ເຈົ້າ​ຂໍ​ຕອບ​ບາງຄຳ​ຖາມ​​​ຊື່​ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ຫາ​ລາຍການ​ໃນ​ອາທິດ​ຜ່ານ​ມາ. ​ ນັກທ່ອງທ່ຽວຢ້ຽມຢາມບ້ານໂດນ ພາບ:internet         ເພື່ອນຈັນທະ​ຈອນ ຢູ່ ​ແຂວງ ບໍລິ​ຄຳ​ໄຊ ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການ​​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ຄ້າງ​ຄາ​ກັບວຽກ​ງານ​ຫລາຍ,     ບໍ່​ມີ​ເວລາ​ເພື່ອ​ຮັບ​ຟັງ​ລາຍການ​ຜ່ານ​ວິທະຍຸ​ໄດ້, ຂ້າພະ​ເຈົ້າ​ຢາກ​ໄດ້​ຮັບ​ຟັງ​ ​ແລະ ອ່ານ​ລາຍການ​ພາກ​ພາສາ​ລາວຜ່ານ ອີ​ນ​ເຕີ​ແນດ ມັນ​ຈະ​ສະດວກ​ກວ່າ​. ສະ​ນັ້ນ ຂໍ​ໃຫ້​ພວກ​ອ້າຍ​ເອື້ອຍ​ບັນນາທິການ​ແນະນຳ​ໃຫ້​ຂ້າພະ​ເຈົ້າ​ວິທີ​ເຂົ້າ​ຫນ້າ​ເວັບ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ​ແດ່.
TAG
vovworld/ເຂດ​ດິນ​ແດນ/ປະ​ເພນີ

More