ມອບລາງວັນການເສັງແຕ່ງບົດເພງກ່ຽວກັບສາຍພົວພັນຫວຽດນາມ - ລາວ ປີ 2017
01/06/2017 08:18
(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 216 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍກະຈາຍສຽງພາກພາສາລາວ ໄດ້ຮັບ ຈົດໝາຍ, ອີແມວ 6 ສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ.

ພິທີມອບລາງວັນການເສັງແຕ່ງບົດເພງ (ພາບ: hoinhacsi.vn) ເພື່ອນສຸກມະລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມສົນໃຈທີ່ສຸດເຖິງສະພາບການພົວພັນລະຫວ່າງ 2 ປະເທດລາວ - ຫວຽດນາມ, ໃນນັ້ນພິເສດແມ່ນໃນຂົງເຂດວັດນະທຳ. ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຟັງຂ່າວວ່າ, ຢູ່ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນການແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ປີ 2017. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ໝາກຜົນຂອງການເສັງນັ້ນ. ເພື່ອນສຸກມະລີ ທຳມະວົງສາ ທີ່ຮັກແພງ, ໃນໄລຍະຜ່ານມາ, ກົມສິລະປະການສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບລາງວັນການເສັງແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ປີ 2017. ພາຍຫຼັງປຸກລະດົມມາເປັນເວລາ 5 ເດືອນ, ຄະນະຈັດຕັ້ງໄດ້ຮັບບົດເພງເຂົ້າຮ່ວມການເສັງ 100 ບົດ. ສະພາສິລະປະໄດ້ຄັດເລືອກເອົາ 35 ບົດເພງເຂົ້າຮອບທີ 2, ຫຼັງຈາກນັ້ນໄດ້ຄັດເລືອກ 22 ບົດເພງເຂົ້າຮອບຊິງຊະນະເລີດ, ຕໍ່ຈາກນັ້ນຄັດເລືອກ 10 ບົດເພງດີເດັ່ນທີ່ສຸດເພື່ອມອບລາງວັນ. ໃນການເສັງຄັ້ງນີ້, ບໍ່ມີລາງວັນທີ 1, ມີພຽງລາງວັນທີ 2, 3 ລາງວັນ; ລາງວັນທີ 3, 3 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢຸຍບຽນ ໄດ້ມອບລາງວັນທີ 2 ໃຫ້ບັນດານັກແຕ່ງ ແລະ ບົດເພງຄື: “ຫວຽດ - ລາວ ຊາຍແດນສາມັກຄີ” (ນັກແຕ່ງ ຟານວັນມິງ, ແຂວງກວາງນາມ); “ໄມຕີຈິດມິດຕະພາບຫວຽດ - ລາວ” (ຂອງທ໋າຍເຢືອງ, ຢູ່ແຂວງທ໋າຍບິ່ງ) ແລະ “ນຳ້ໃຈມິດຕະພາບຫວຽດ - ລາວ ຂຽວສົດງົດງາມຕະຫຼອດໄປ” (ຂອງວັນແທງຍໍ, ນະຄອນໂຮ່ຈິມິນ). ຜ່ານການເສັງນີ້ ໄດ້ປຸກລຸກມູນເຊື້ອອັນສະຫງ່າລາສີ, ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ສັດຊື່ບໍລິສຸດ, ໂປ່ງໃສຂອງ 2 ຊາດຫວຽດນາມ - ລາວ; ເປັນການເພີ່ມເອກະສານອັນລ້ຳຄ່າເຂົ້າໃນສາງມໍລະດົກວັດທະນະທຳຂອງ 2 ປະເທດ, ສ້າງກຳລັງໜູນທີ່ສຳຄັນເພື່ອພັດທະນາການພົວພັນຫວຽດນາມ - ລາວ ໃນໄລຍະໃໝ່. ແລະ ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງແທດຈິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ (18 ກໍລະກົດ 1977 – 18 ກໍລະກົດ 2017).
TAG
VOV/VOVworld/ສະດວກສະບາຍ
Related








