ຜູ້ເຮັດວຽກງານດ້ານກະຈາຍສຽງເປັນພາສາຫຽດຢູ່ ຝະລັ່ງ
05/01/2013 14:41
“ ຕະຫຼອດ 60 ປີມານີ້, ຍາມໃດພວກຂ້າພະເຈົ້າກໍມີຄວາມເປັນຫ່ວງ ແລະ ຄິດຮອດຄິດເຖິງ ບ້ານເກີດເມືອງນອນ, ປະເທດຊາດ. ເພາະສະນັ້ນພວກ ຂ້າພະເຈົ້າໄດ້ຮັກສາສັນຊາດຫວຽດນາມ ເພື່ອຈະກັບເມືອຫວຽດນາມເມືອ່ມີເງື່ອນ ໄຂສະດວກ ”

2 ຜົວເມຍລຸງ ໂງຖ້ຽນເຮີ້ນ “ ຕະຫຼອດ 60 ປີມານີ້, ຍາມໃດພວກຂ້າພະເຈົ້າກໍມີຄວາມເປັນຫ່ວງ ແລະ ຄິດຮອດຄິດເຖິງ ບ້ານເກີດເມືອງນອນ, ປະເທດຊາດ. ເພາະສະນັ້ນພວກ ຂ້າພະເຈົ້າໄດ້ຮັກສາສັນຊາດຫວຽດນາມ ເພື່ອຈະກັບເມືອຫວຽດນາມເມືອ່ມີເງື່ອນ ໄຂສະດວກ ”. ນັ້ນແມ່ນຄວາມໃນໃຈ ແລະ ຄວາມມຸ່ງຫວັງຂອງຜົວເມຍລຸງ ໂງຖ້ຽນເຮີ້ນ ອາຍຸ 79 ປີ, ປະຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ນະຄອນ Toulouse ທາງພາກໃຕ້ຝະລັ່ງ. ໃນໄລຍະທຳອິດຢູ່ຝະລັ່ງ, ລຸງແມ່ນອ້າຍຄູ ແຕ່ເພິ່ນພັດສົນໃຈກັບອາຊີບກະຈາຍສຽງ ແລະ ໃນ ກ່ວາ 30 ປີທີ່ຜ່ານມາ, ຄອບຄົວຂອງລຸງ ໂງຖ້ຽນເຮີ້ນ ໄດ້ເຮັດວຽກງານທີ່ມີຄວາມໝາຍ ນັ້ນແມ່ນໄດ້ພ້ອມກັບບັນດາຜູ້ຄົນຊາວຝະລັ່ງຮູ້ພາສາຫວຽດນາມ ສ້າງ ແລະ ຂະຫຍາຍລາຍການລາຍການກະຈາຍສຽງເປັນພາສາຫວຽດເພື່ອຮັບໃຊ້ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຝະລັ່ງ. ໂດຍໄດ້ກຳເນີດ ແລະ ໃຫຍ່ຂຶ້ນຢູ່ແຂວງ ຊອກຈັງ, ແລ້ວໄປຮຽນຢູ່ຝະລັ່ງແຕ່ຄາວຍັງນ້ອຍ ແລະ ໄດ້ຕົກລົງດຳລົງຊີວິດຢູ່ຝະລັ່ງ ແລະ ໄດ້ກາຍເປັນຄູສອນເພື່ອຫາເງິນລ້ຽງຊີບ. ລຸງ ໂງຖ້ຽນເຮີ້ນ ໄດ້ເຂົ້າຮ່ວມຂະບວນການຕ້ານຝະລັ່ງ ແລະ ອາເມລິກາຮຸກຮານຫວຽດນາມຢູ່ຝະລັ່ງພ້ອມກັບພວກເພື່ອນໃນສະມາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈົນເຖິງວັນປະເທດຊາດຍາດເອົາເອກະລາດ. ລຸງ ໂງຖ້ຽນເຮີ້ນ ເລົ່າຄືນສູ່ຟັງວ່າ :
Related
More








