45 ປີແຫ່ງການພົວພັນລະຫວ່າງ ຫວຽດນາມ - ໄທ: ໄລຍະທາງແຫ່ງປະຫວັດສາດ
03/10/2021 11:00
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນ ຫວຽດນາມ - ໄທ ຄົບຮອບ 45 ປີ (ວັນທີ 6/8/1946 – 06/08/2021), ວັນທີ 6 ສິງຫາ ຜ່ານມາ, ກຸ່ມນັກຂຽນ ທ່ານ ປອ. ນາງ ເຈືອງທິຮັ່ງ - ອາຈານສອນ ມະຫາວິທະຍາໄລ ຣັດຈະພັດ ລຳປາງ ແລະ ທ່ານ ປອ. ນະຄອນ ເສຣີຣັກ - ອາຈານສອນ ສະຖາບັນການເມືອງ ສັງກັດ ມະຫາວິທະຍາໄລ ຂອນແກ່ນ (ໄທ) ໄດ້ພິມຈຳໜ່າຍປຶ້ມອ່ານທີ່ມີຫົວຂໍ້ “45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976 – 2021): ໄລຍະທາງແຫ່ງປະຫວັດສາດ”. ປຶ້ມອ່ານເຫຼັ້ມດັ່ງກ່າວໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເອກະສານທີ່ມີຄ່າ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ໄທ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ພົບປະກັບທ່ານ ປອ. ນະຄອນ ເສຣິຣັກ ເພື່ອຊອກຮູ້ກ່ຽວກັບປຶ້ມຫົວນີ້.

ປຶ້ມອ່ານ“45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976 – 2021): ໄລຍະທາງປະຫວັດສາດ”
TAG
VOV/VOVworld/ລັດຈະພັດ ລຳປາງ/ປະຫວັດສາດ/ການພົວພັນລະຫວ່າງ ໄທ - ຫວຽດນາມ/ນະຄອນ ເສຣິຣັກ
Related
More








