ອາຊຽນ - ຄູ່ຮ່ວມມືທີ່ສຳຄັນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ມີການຜັນແປຫຼາຍຢ່າງ
04/02/2023 07:22
(VOVWORLD) -ໄລຍະຜ່ານມາ, ສະພາບການພູມີສາດການເມືອງໂລກ ມີການຜັນແປຫຼາຍຢ່າງທີ່ສັບສົນ ແລະ ໄວວາ. ໃນນັ້ນ, ການແກ້ງແຍ້ງກັນດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດສືບຕໍ່ດຳເນີນຢ່າງດຸເດືອດ, ມີຜົນກະທົບຕໍ່ໂຄງປະກອບການພົວພັນ ແລະ ຄວາມເປັນລະບຽບຮຽບຮ້ອຍສາກົນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ກໍ່ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງຕໍ່ກັບບັນດາປະເທດ ແລະ ອົງການຕ່າງໆໃນທົ່ວໂລກ. ໃນສະພາບການນັ້ນ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ສືບຕໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກເອົາເປັນຄູ່ຮ່ວມມືທີ່ສຳຄັນ, ຍຸດທະສາດຂອງຫຼາຍປະເທດມະຫາອຳນາດ ແລະ ກົນໄກຫຼາຍຝ່າຍ.

ທ່ານປະທານາທິບໍດີ ອາເມລິກາ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ
TAG
VOV/VOVworld/ອາຊຽນ/ອາເມລິກາ/ຈີນ
Related








