VOV WorldVOV World
ຟ້າມ​ຕວຽນ - ແຕ່​ໄລ​ຍະເປັນ​ຫົວ​ໜ້າຄະ​ນະ​ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ຕະຫຼອດ​ຮອດ​ການ​ຜູ້​ອຸ​ປະ​ກະ​ລະ​ຂອງ​ນັກ​ສຶກ​ສາ ກຳ​ປູ​ເຈຍ 9 ຄົນ
21/11/2021 14:00
(VOVWORLD) -ໃນໄລຍະແຕ່ປີ 1979 – 1989, ໂດຍຕອບສະໜອງຕາມຄຳສະເໜີຂອງພັກປະຊາຊົນປະຕິວັດ ກຳປູເຈຍ, ນັກຊ່ຽວຊານຫວຽດນາມ ນັບໝື່ນຄົນໄດ້້ເດີນທາງໄປຍັງ ກຳປູເຈຍ ປະຕິບັດພັນທະສາກົນ, ຊ່ວຍປະເທດເພື່ອນບ້ານ ສະກັດກັ້ນລະບອບດັບສູນຂະແມແດງຕ່າວກັບຄືນມາ, ຟື້ນຟູເສດຖະກິດ - ສັງຄົມ, ສ້າງຊີວິດໃໝ່. ມີຫຼາຍແບບຢ່າງໄດ້ອຸທິດທັງຊີວິດຄາວເຍົາໄວຂອງຕົນ ແກ່ພາລະກິດສ້າງປະເທດ ກຳປູເຈຍ ຄືນໃໝ່. ບໍ່ພຽງແຕ່ເທົ່ານັ້ນ, ມາຮອດປັດຈຸບັນນີ້ ພວກທ່ານຍັງສະໝັກໃຈຮັບອຸປະກະລະນັກສຶກສາ ກຳປູເຈຍ ທີ່ມາຮຽນຢູ່ ຫວຽດນາມ. ໜຶ່ງໃນບັນດາແບບຢ່າງນັ້ນ ແມ່ນທ່ານ ຟ້າມຕວຽນ, ອະດີດຫົວໜ້າຄະນະນັກຊ່ຽວຊານຊາວໜຸ່ມ ຫວຽດນາມ ຢູ່ ກຳປູເຈຍ.
ຟ້າມ​ຕວຽນ - ແຕ່​ໄລ​ຍະເປັນ​ຫົວ​ໜ້າຄະ​ນະ​ນັກ​ຊ່ຽວ​ຊານ​ ຫວຽດ​ນາມ ຕະຫຼອດ​ຮອດ​ການ​ຜູ້​ອຸ​ປະ​ກະ​ລະ​ຂອງ​ນັກ​ສຶກ​ສາ ກຳ​ປູ​ເຈຍ 9 ຄົນ
ທ່ານ ຟ້າມ ຕວຽນ ,  ອະ ດີ ດ ຫົວ ໜ້າ ຄະ ນະ ນັກ ຊ່ຽວ ຊານຊາວໜຸ່ມ ຫວຽດ ນາມ ຢູ່ ກຳ ປູ ເຈຍ ໂດຍນັ່ງເປີດອ່ານປື້ມບັນທຶກປະຈຳວັນ ແລະ ເບິ່ງຄືນຮູບພາບ ແລ້ວເລົ່າເລື່ອງລາວ, ຄວາມຊົງຈຳກ່ຽວກັບປະເທດຊາດ ແລະ ປະຊາຊົນ ກຳປູເຈຍ ສູ່ຟັງ, ຖ້າຜູ້ໃດໄດ້ຟັງສຽງຂອງທ່ານ ແມ່ນຈະບໍ່ຄິດເລີຍວ່າ ທ່ານມີອາຍຸກວ່າ 80 ປີແລ້ວ. ແຕ່ລະເຫດການ, ແຕ່ລະໄລຍະເວລາ, ທັງໝົດຍັງເກັບໄວ້ຢູ່ໃນຄວາມຊົງຈຳຂອງທ່ານເໝືອນເດີມ. ທ່ານເຄີຍເປັນເລຂາຄະນະຊາວໜຸ່ມເມືອງ ບັກຮ່າ ແຂວງ ລາວກາຍ, ພາຍຫຼັງທີ່ປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ທ່ານໄດ້ຍ້າຍໄປເຮັດວຽກຢູ່ສູນກາງຊາວໜຸ່ມ. ຮອດປີ 1979, ທ່ານໄດ້ຮັບການແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະນັກຊ່ຽວຊານຊາວໜຸ່ມ ຫວຽດນາມ ເດີນທາງໄປຊ່ວຍການປະຕິວັດຂອງ ກຳປູເຈຍ ແລະ ຜູກພັນຢູ່ທີ່ນີ້ໃນຕະຫຼອດເວລາ 10 ປີ. ທ່ານເລົ່າສູ່ຟັງວ່າ: “ ປົກ ກະ ຕິ ແລ້ວ , ຖ້າ ຫາກວ່າ ເວົ້າ ເຖິງ ນັກ ຊ່ຽວ ຊານ ຜູ້ ໜຶ່ງ , ເຮົາ ຈະ ມະ ໂນ ພາບ ເຖິງ ຜູ້ ໃດ ຜູ້ ໜຶ່ງ ທີ່ ນຸ່ງ ເຄື່ອງ ສຸ ພາບຮຽບ ຮ ້ອຍ , ມື ຫີ້ວ ກະ ເປົາ , ແຕ່ພວກ ຂ້າ ພະ ເຈົ້າໄປ ຍັງ ກຳ ປູ ເຈຍ ນັບ ແຕ່ ການ ກິນ , ການ ຢູ່ , ການ ດຳ ລົງ ຊີ ວິດ ແມ່ນ ລຽບ ງ່າຍ ຄື ກັບ ປະ ຊາ ຊົນ ກຳ ປູ ເຈຍ , ຕ້ອງ ເບິ່ງ ແຍງ ທຸກ ຢ່າງ ດ້ວຍ ຕົນ ເອງ . ກິນ ນຳ ກັນ , ຢູ່ ນຳ ກັນ , ເຮັດ ວຽກ ນຳກັນ ແລະ ແບ່ງ ທຸກ ແບ່ງ ສຸກ ນຳ ປະ ຊາ ຊົນ ກຳ ປູ ເຈຍ ”. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກນາໆປະການກໍຕາມ, ແຕ່ທ່ານຕວຽນ ຢືນຢັນວ່າ ນັກຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ຍາມໃດກໍປະຕິບັດຫຼັກການ “ບໍ່ຫວັງສະແຫວງຫານັບແຕ່ເຂັມຫຍິບ ຫຼື ເສັ້ນຝ້າຍຂອງປະຊາຊົນ” ຢ່າງເດັດຂາດ. ທ່ານເລົ່າສູ່ຟັງວ່າ ຕ້ອງເຮັດໄດ້ຄືແນວນັ້ນ ຈຶ່ງໃກ້ຊິດສະໜິດສະໜົມກັບປະຊາຊົນ, ປະຊາຊົນຈຶ່ງຮັກ ຈຶ່ງເຊື່ອໝັ້ນ ແລະ ປົກປ້ອງເຮົາ, ເພາະເປັນແນວນັ້ນ, ເຂົາຈຶ່ງເອີ້ນທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ວ່າ “ກອງທັບຂອງພະເຈົ້າ”. “ ບາງ ເທື່ອ ຖ້າ ບໍ່ ມີ ການ ຊ່ວຍ ເຫຼືອ ຂອງ ປະ ຊາ ຊົນ , ເຮົາ ຈະ ປະ ສົບ ເຄາະ ຮ້າຍ . ມີ ຄັ້ງ ໜຶ່ງ , ຂ້ າ ພະ ເຈົ້າ ໄປ ປະ ຕິ ບັດ ງານ ຢູ່ ແຂວງ Takeo, ອາ ກາດ ຮ້ອນ ເອົ້າ , ເມື່ອຍຫຼາຍ , ເມື່ອເຫັນໜອງ ນ້ຳ ແຫ່ງ ໜຶ່ງ , ຂ້າ ພະ ເຈົ້າ ຈຶ່ງບອກ ອ້າຍ ນ້ອງ ຈອດ ລົດ ເພື່ອ ລົງ ໄປ ສວ່າຍ ໜ້າ ໃຫ້ ສົດຊື່ນ , ພໍ ດີ ມີ ພໍ່ ແມ່ ປະ ຊາ ຊົນ ກຳ ປູ ເຈຍ ໂບກ ມືເອີ້ນ ວ່າ ກອງ ທັບ ຫວຽດ ນາມ , ກອງ ທັບ ຫວຽດ ນາມ , ຂ້າ ພະ ເຈົ້າ ເຫັນ ແປກ ໆ ກໍ ເລີຍບອກ ອ້າຍ ນ້ອງ ຢຸດ ແລ້ວ ຟັງ ເບິ່ງ ເຂົາ ເວົ້າ ຫຍັງ ຈຶ່ງ ຮູ້ ວ່າ ບໍ່ ຄວນ ລົງ ໜອງ ຍ້ອນ ວ່າ ໜອງ ແຫ່ງ ນີ້ ມີ ແຂ້ຫຼາຍ . ຫຼັງ ຈາກ ນັ້ນ ຂ້າ ພະ ເຈົ້າ ແລະ ນາຍ ແປ ພາ ສາ ກໍ ລົງ ໂອ້ ລົມ , ຢື້ ຢາມ ຖາມ ຂ່າວ ແລະ ຂອບ ໃຈ ປະ ຊາ ຊົນ . ສ່ວນ ໃນ ການ ໄປ ປະ ຕິ ບັດ ງານ ຢູ່ Battambang, Siem Reap, ພູ Pa Leng ແລ້ວ ໄປ ເຂດ ຊາ ຍ ແດນ ຕິດ ກັບ ໄທ ກໍ ເຊັ່ນ ດຽວ ກັນ , ໄປ ຮອດ ໃສ ກໍ ໄດ້ ຮັບ ການ ຊ່ວຍ ເຫຼືອ ຈາກ ກໍ າ ລັງ ແລະ ປະ ຊາ ຊົນ ປະ ເທດ ເພື່ອນ ບ້ ານ ” . ໃນໄລຍະ 10 ປີທີ່ເຮັດວຽກຢູ່ ກຳປູເຈຍ, ຄະນະນັກຊ່ຽວຊານຊາວໜຸ່ມ ໂດຍ ທ່ານ ຟ້າມຕວຽນ ຮັບຜິດຊອບ ມີໜ້າທີ່ເຕົ້າໂຮມກຳລັງຊາວໜຸ່ມ, ສ້າງຕັ້ງອົງການຈັດຕັ້ງຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມປະຕິວັດ, ກອງເຍົາວະຊົນ ກຳປູເຈຍ, ບຳລຸງສ້າງພະນັກງານໜຸ່ມ… ຈາກຂັ້ນສູນກາງຕະຫຼອດຮອດຮາກຖານ. ດ້ວຍການອຸທິດສ່ວນ ແລະ ປະກອບສ່ວນຂອງຕົນ, ນັກຊ່ຽວຊານ ຟ້າມຕວຽນ ເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຈາກລັດ ກຳປູເຈຍ  ແລະ ຫຼຽນກາ, ຫຼຽນໄຊຫຼາຍຫຼຽຍຈາກ ລັດຖະບານ ຫວຽດນາມ ອີກດ້ວຍ. ພາຍຫຼັງທີ່ພັກບຳນານ, ທ່ານໄດ້ເຂົ້າຮ່ວມຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ກຳປູເຈຍ ແລະ ສືບຕໍ່ປະກອບສ່ວນເຂົ້າໃນວຽກງານປັບປຸງ ແລະ ເສີມຂະຫຍາຍມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດ. ພົ້ນເດັ່ນທີ່ສຸດແມ່ນ ຂະບວນການ “ຫຼໍ່ລ້ຽງໄມຕີຈິດມິດຕະພາບ” ໂດຍສະມາຄົມມິດຕະພາບ ຫວຽດນາມ-ກຳປູເຈຍ ປຸກລະດົມ ແຕ່ປີ 2012, ຂົນຂວາຍອະດີດທະຫານອາສາສະໝັກ, ອະດີດນັກຊ່ຽວຊານ, ພະນັກງານ ຫວຽດນາມ ເປັນຜູ້ອຸປະກະລະໃຫ້ແກ່ນັກສຶກສາ ກຳປູເຈຍ. “ ມາ ຮອດປັດ ຈຸ ບັນ , ຂ້າ ພະ ເຈົ້າ ໄດ້ເປັນ ຜູ້ ອຸ ປະ ກະ ລະ ຂອງ ນັກ ສຶກ ສາ ກຳ ປູ ເຈຍ 9 ຄົນ . ໃນ ນັ້ນ ມີ 6 ຄົນ ຮຽນ ຈົບ ແລະ ກັບ ເມືອ ກຳ ປູ ເຈຍ ແລ້ວ , ດຽວ ນີ້ ຍັງ 3 ຄົນ ກຳ ລັງ ຮຽນ ຢູ່ ຮ່ າ ໂນ້ຍ . ຂ້າ ພະ ເຈົ້າ ຖື ເຂົາ ເຈົ້າ ຄື ກັບ ລູກຫຼາຍ ຄີ ງ ຂອງ ຄອບ ຄົວ . ຂ້າ ພະ ເຈົ້າ ກໍ ໄດ້ ເຂົ້າໄປ ຫໍ ພັກຫຼາຍ ຄັ້ງ ເພື່ອ ເບິ່ງວ່າ ເຂົາ ຢູ່ ແນວ ໃດ , ກິນ ແນວ ໃດ , ຍັງ ຂາດ ເຂີນ ຫຍັງ ບໍ . ແຕ່ ລະ ເດືອນ ຂ້າ ພະ ເຈົ້າ ກໍ ໄດ້ ຊ່ວຍ ເຫຼືອ ເງິນ ໜ້ອຍ ໜຶ່ງ , ເຖິງວ່າ ໜ້ອຍ ແຕ່ ກໍ ຊ່ວຍ ໃນ ຄ່າ ໃຊ້ ຈ່າຍ ປະ ຈຳ ວັນ . ບາງ ເທື່ອ ຂ້າ ພະ ເຈົ້າ ກໍ ໄດ້ ພາພວກເຂົາ ໄປ ຢາມ ບ້ານ ເກີດ ເມືອງນອນ ຂອງ ຂ້າ ພະ ເຈົ້າ , ໄປ ຢາມ ເຂດ ປູ ຊະ ນີ ຍະ ສະ ຖານ ວິຫານຮຸ່ງ ເພື່ອ ຊ່ວຍ ໃຫ້ ເຂົາ ເຈົ້າ ມີ ໂອ ກາດ ໄດ້ຊອກ ຮູ້ ແລະ ເຂົ້າ ໃຈ ກ່ຽວ ກັບ ວັດ ທະ ນະ ທຳ , ປະ ຊາ ຊົນ ຫວຽດ ນາມ ຫຼາຍກວ່າ ອີກ . ພິ ເສດ , ມີ ຜູ້ ໜຶ່ງ ໄດ້ ສ້າງ ຄອບ ຄົວ ກັບ ຄົນຫວຽດ , ຂ້າ ພະ ເຈົ້າ ກໍ ພະ ຍາ ຍາມ ກະ ກຽມ ແລະ ປະ ຕິດ ບັດ ດ້ານ ລະ ບຽບ ການ ຢ່າງ ລອບ ຄອບ ຖີ່ ຖ້ວນ . ຫຼັງ ຈາກ ນັ້ນ , ທັງ ຄອບ ຄົວ ຂອງ ລາວ ຢູ່ ກຳ ປູ ເຈຍ ກໍ ມາ ຫວຽດ ນາມ , ມາຫຼ ີ້ນ ເຮືອນ ຂ້າ ພະ ເຈົ້າ ໂອ້ ລົມ ສົນ ທະ ນາ ກັນ ຢ່າງ ສະ ໜິດ ສະ ໜົມ ”.
TAG
VOV/VOVworld/​ຟ້າມ​ຕວຽນ/ອຸ​ປະ​ກະ​ລະ/ພໍ່​ຮັກ/ກຳ​ປູ​ເຈຍ/ນັກ​ສຶກ​ສາ

More