ຟິມຮູບເງົາ ນຳວັດທະນະທຳ ໄທ ຫຍັບມໍ່ເຂົ້າກັບມວນຊົນ ຫວຽດນາມ ຫຼາຍກວ່າ
02/10/2022 14:52
(VOVWORLD) -ວັນທີ 23 ກັນຍາ 2022, ສະຖານທູດ ໄທ ປະຈຳ ຮ່າໂນ້ຍ ໄດ້ນຳສະເໜີ ໜັງ “ບຸບເພສັນນິວາດ 2” ສະບັບຟິມຮູບເງົາ ອອກສູ່ມວນຊົນ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອແນໃສ່ເຊື່ອມຕໍ່ສ້າງສາຍສຳພັນລະຫວ່າງປະຊາຄົມຊາວ ໄທ ຢູ່ ຮ່າໂນ້ຍ ກັບ ຜູ້ຊົມ ຫວຽດນາມ ພາຍຫຼັງຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ. ເຫດການດັ່ງກ່າວກໍແມ່ນໂອກາດເພື່ອໂຄສະນາພື້ນຖານຮູບເງົາຂອງ ໄທ, ນຳວັດທະນະທຳ ໄທ ຫຍັບມໍ່ເຂົ້າກັບໄວໜຸ່ມ ຫວຽດນາມ ຫຼາຍກວ່າ. ຮູບເງົາດັ່ງກ່າວ ໄດ້ສ້າງຄວາມປະທັບໃຈຢ່າງດີງາມຕໍ່ປະຊາຊົນ ຫວຽດນາມ ແລະ ໄທ.

“ ນ້ອງ ເຫັນ ວ່າ , ໜັງ ເລື່ອງ ນີ້ ໂຄ ສະ ນາ ເຜີຍແຜ່ ໄດ້ ດີຫຼາຍ . ເພາະ ວ່າ ນ້ອງ ຮູ້ ຈັກ ເຖິງ ໜັງ ເລື່ອງ ນີ້ ພາຍຫຼັງ ທີ່ທາງໂທ ລະ ພາບ ໄດ ້ສາຍ ອອກສູ່ ມະ ຫາ ຊົນ . ໄວ ໜຸ່ມ ໄທ ທຸກ ຄົນ ລ້ວນ ແຕ່ ມັກ ນຸ່ງ ຊຸດ ອາ ພອນ ທີ່ ເປັນ ມູນ ເຊື້ອ ຂອງ ໄທ , ມັກ ນຳ ໃຊ້ ວັດ ຖຸ ເກົ່າ ແກ່ ແບບ ແຕ່ ກີ້ ແຕ່ ກ່ອນ . ຢູ່ ສູນ ການ ຄ້າ , ນ້ອງ ກໍເຫັນ ວ່າ ໄວ ໜຸ່ມ ໄທ ເຂົາກໍ ມັກ ນຸ່ງ ເຄື່ອງ ສະ ຕາຍ໌ແບບ ດັ້ງ ເດີມ ມາ . ສຳ ລັບ ເນື້ອໃນ ຂອງ ໜັງ ແມ່ນ ມີ ຄວາມຫຼາກຫຼາຍ ສີ ສັນ , ຕະຫຼົກ ຊວນ ຫົວປະ ສົມ ປະ ສານ ກັບຄວາມ ຮັກ , ສະ ນັ້ນ ຍິ່ງ ດຶງ ດູດ ຜູ້ ຊົມຫຼາຍກວ່າອີກ ”. “ ເຂົ້າ ຮ່ວມ ເຫດ ການ ນີ້ , ຂ້າ ພະ ເຈົ້າ ຮູ້ ສຶກ ແປກ ປະຫຼາດ ໃຈ ພໍ ສົມ ຄວນ ແລະ ກໍ ຮູ້ ສຶກ ດີ ໃຈ ເມື່ອ ເຫັນ ນ້ອງໆ ນັກ ສຶກ ສາ , ເພື່ອນໆ ຫວຽດ ນາມ ຊວນ ກັນ ນຸ່ງ ຊຸດ ໄທ ”.
TAG
VOV/VOVworld/ບຸບເພສັນນິວາດ 2/ຟິມຮູບເງົາ/ສະຖານທູດ ໄທ
Related








