ຫວຽດນາມ - ອິນໂດເນເຊຍ ບັນລຸວົງເງິນການຄ້າໄດ້ 10 ຕື້ USD
26/12/2021 13:00
(VOVWORLD) -ວັນທີ 30 ທັນວາ 2021 ແມ່ນວັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ທາງການທູດ ຫວຽດນາມ - ອິນໂດເນເຊຍ ຄົບຮອບ 66 ປີ. ເຖິງວ່າໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ ຫວຽດນາມ ແລະ ອິນໂດເນເຊຍ ຍັງມີການຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ສືບຕໍ່ຮັບຮູ້ການພັດທະນາຢ່າງແຮງຂອງການພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ. ພິເສດ, ໃນປີ 2021 ນີ້, ອິນໂດເນເຊຍ ແລະ ຫວຽດນາມ ໄດ້ບັນລຸຄາດໝາຍວົງເງິນການຄ້າສອງຝ່າຍໄດ້ 10 ຕື້ USD. ຕໍ່ໄປເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “ຫວຽດນາມ ແລະ ອິນໂດເນຊຍ ບັນລຸວົງເງິນການຄ້າໄດ້ 10 ຕື້ USD”.

ປະທານ ໂຮ່ຈີມິນ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Soekarno ເປັນຜູ້ທຳອິດໄດ້ກໍ່ຕັ້ງພື້ນຖານແກ່ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. 66 ປີ ໄດ້ຜ່ານພົ້ນໄປ, ສາຍພົວພັນອັນດີງາມນັ້ນ ນັບມື້ນັບແທດຈິງ ແລະ ກວມລວມໃນຫຼາຍຂົງເຂດນັບແຕ່ດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການເມືອງ, ການປ້ອງກັນຄວາມສະຫງົບ… ໃນນັ້ນ, ການພົວພັນທາງການຄ້າແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນສາຍພົວພັນລະຫວ່າງສອງປະເທດ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດໃຫຍ່ອັນດັບທີ 4 ຂອງ ອິນໂດເນເຊຍ ໃນ ອາຊຽນ ແລະ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 9 ຂອງ ອິນໂດເນເຊຍ ໃນໂລກ.
TAG
VOV/VOVworld/ອິນໂດເນເຊຍ/ຫວຽດນາມ/ວົງເງິນການຄ້າ/ສາຍພົວພັນ
Related
More








