VOV WorldVOV World
ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ
09/10/2022 16:00
(VOVWORLD) -ລັດຖະບານ ອີນໂດເນເຊຍ ພວມຕັ້ງເປົ້າໝາຍກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 23.000 USD ໃນປີ 2045. ແຕ່ເຖິງຢ່າງໃດກໍຕາມ, ໂດຍເປັນປະເທດທີ່ມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ, ສະນັ້ນ ມັນອາດຈະສົ່ງຜົນກະທົບຕໍ່ຍຸດທະສາດໄລຍະຍາວຂອງ ອິນໂດເນເຊຍ. ຫວ່າງແລ້ວນີ້, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ວາງເປົ້າໝາຍຫຼຸດຜ່ອນອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານ ໃຫ້ຫຼຸດລົງເຫຼືອພຽງ 14% ໃນປີ 2024, ດ້ວຍຄຳຢັ້ງຢືນວ່າ ການແກ້ໄຂບັນຫາຂາດສານອາຫານຕ່ຳນ້ອຍໃນໄວເດັກແມ່ນໜຶ່ງໃນບັນດາບ້ວງໃຊ້ຈ່າຍເຊິ່ງລັດຖະບານ ອິນໂດເນເຊຍ ໃຫ້ບຸລິມະສິດໃນປີ 2023.
ອິນ​ໂດ​ເນ​ເຊຍ ຕັດ​ສິນ​ໃຈ​ແກ້​ໄຂບັນ​ຫາຂາດ​ສານ​ອາ​ຫານ​ຕ່ຳ​ນ້ອຍ​ໃນ​ໄວ​ເດັກ
ໃນການຄົ້ນຄວ້າຫຼ້າສຸດ, ອົງການຄົ້ນຄວ້າກ່ຽວກັບດ້ານໂພສະນາການ (SSGI) ຂອງກະຊວງສາທາລະນະສຸກ ອິນໂດເນເຊຍ ໃຫ້ຮູ້ວ່າ: ປີ 2021, ອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢູ່ປະເທດນີ້ແມ່ນ 24,4%. ຕາມນັ້ນແລ້ວ ເດັກນ້ອຍ 4 ຄົນ ຂອງ ອິນໂດເນເຊຍ ທີ່ມີອາຍຸຕ່ຳກວ່າ 5 ປີ ແມ່ນມີເດັກ 1 ຄົນທີ່ຕ່ຳນ້ອຍ. ໃນປີ 2020, ເມື່ອໂລກລະບາດໂຄວິດ - 19 ລະບາດ, UNICEF ຄາດວ່າ ອິນໂດເນເຊຍ ມີເດັກນ້ອຍທີ່ຂາດສານອາຫານຮ້າຍແຮງກວ່າ 2 ລ້ານຄົນ ແລະ ເດັກ 7 ລ້ານກວ່າຄົນມີອາຍຸຕ່ຳກວ່າ 5 ປີ ຕ່ຳນ້ອຍຍ້ອນຂາດສານອາຫານ. ອິນໂດດເນເຊຍ ແມ່ນປະເທດມີອັດຕາເດັກຕ່ຳນ້ອຍຍ້ອນຂາດສານອາຫານຢືນອັນດັບທີ 5 ໃນໂລກ ກ່ຽວກັບສາຍເຫດ, ໂພສະນາການໄດ້ຮັບຖືວ່າ ແມ່ນປັດໄຈແຖວໜ້າ ທີ່ກໍ່ໃຫ້ເກີດສະພາບຕ່ຳນ້ອຍຍ້ອນຂາດສານອາຫານໃນໄວເດັກ, ແຕ່ນັ້ນບໍ່ແມ່ນສາຍເຫດໜຶ່ງດຽວຢູ່ ອິນໂດເນເຊຍ ເຊິ່ງລວມມີການຂາດຄວາມຮູ້, ການເຂົ້າເຖິງການບໍລິການສາທາລະນະສຸກ, ສຸຂະພາບຂອງຜູ້ເປັນແມ່, ປັດໄຈສະພາບແວດລ້ອມ… ເອື້ອຍ Fahmi Aryati ມີລູກສາວອາຍຸ 2 ປີທີ່ຕ່ຳຈ່ອຍຍ້ອນຂາດສານອາຫານ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າແມ່ນແມ່ບ້ານ. ລູກສາວຂ້າພະເຈົ້າໄດ້ຊັ ່ ງ ແລະ ວັດແທກຄວາມສູງແລ້ວ ແຕ່ບໍ່ມີຫຍັງປ່ຽນແປງເມື່ອທຽບໃສ່ ການແທກ ຊຸດກ່ອນ. ທ່ານໝໍເພິ່ນບົ່ງມະຕິພະຍາດວ່າ ຫຼານ ນ້ອຍ ຂາດສານອາຫານ. ຂ້າພະເຈົ້າບໍ່ຮູ້ ຍ້ອນຫຼານບໍ່ມີອາການຫຍັງເລີຍ ແລະ ກໍຄິດວ່າ ເຮົາໃຫ້ກິນອາຫານຄົບ 5 ໝູ່ແລ້ວ. ຂ້າພະເຈົ້າບໍ່ຮູ້ເປັນຫຍັງ ຫຼານຍັງຂາດສານອາຫານ ແລ້ວຕ່ຳນ້ອຍຄືແນວນີ້”. ໃນບົດກ່າວຄຳເຫັນເລີ່ມຕົ້ນອາຍຸການເປັນປະທານາທິບໍດີສະໄໝທີ 2 ໃນປີ 2019, ທ່ານປະທານາທິບໍດີ Joko Widodo ໄດ້ຢ້ຳຄືນວິໄສທັດ ເພື່ອໃຫ້ ອິນໂດເນເຊຍ ກາຍເປັນປະເທດພັດທະນາໃນປີ 2045 ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ. ຮອດປີ 2045, ປະຊາກອນ ອິນໂດເນເຊຍ ຄາດວ່າຈະກາຍ 300 ລ້ານຄົນ, ໃນນັ້ນລາຍຮັບສະເລ່ຍຕໍ່ຫົວຄົນຂອງປະເທດນີ້ແມ່ນຄາດວ່າຈະບັນລຸ 23.000 USD ຕໍ່ຕົນ.
TAG
VOV/VOVworld/ຂາດ​ສານ​ອາ​ຫານ/ເດັກ​ຕ່ຳ​ນ້ອຍ/ພະດຸງຄັນ