VOV WorldVOV World
ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19
10/10/2021 09:00
(VOVWORLD) - ພາຍຫຼັງໄດ້ຈັດຕັ້ງຂຶ້ນມາເປັນເວລາ 10 ປີ, ລາຍການພົບປະແລກປ່ຽນຊາວໜຸ່ມ ຫວຽດນາມ - ໄທ ໄດ້ສ້າງໂອກາດເຊື່ອມຕໍ່, ແລກປ່ຽນ ແລະ ສ້າງຕາໜ່າງຊາວໜຸ່ມອັນສະໜິດແໜ້ນລະຫວ່າງສອງປະເທດ. ນັບແຕ່ຫຼັງເຫດການສະເຫຼີມສະຫຼອງການສ້າງຕັ້ງລາຍການພົບປະແລກປ່ຽນ ຄົບຮອບ 10 ປີ ເມື່ອປີ 2018, ປີນີ້, ຊາວໜຸ່ມສອງປະເທດຈຶ່ງມີໂອກາດໄດ້ພົບປະກັນໃນລາຍການ “ນ້ຳໃຈເພື່ອນມິດ ໄທ - ຫວຽດນາມ ເຊື່ອມຕໍ່ສາຍພົວພັນຂອງຊາວໜຸ່ມໃນສະພາບປົກກະຕິໃໝ່”. ລາຍການດັ່ງກ່າວໂດຍສະຖານທູດ ໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນຕາມຮູບແບບປະສົມການພົບປະໂດຍກົງ ແລະ ທາງໄກ.
ການ​ພົບ​ປະແລ​ກ​ປ່ຽນ​ລະ​ຫວ່າງ​ຊາວໜຸ່ມ ຫວຽດ​ນາມ - ໄທ, ​ໃນ​ທ່າມກາງ​ໂລກ​ລະ​ບາດ​ໂຄວິດ - 19
ການ ພົບ ປະ ແລກ ປ່ຽນ ຄົບ ຮອບ  10  ປີ ເມື່ອ ປີ  2018 “ ນ້ອງ ແມ່ນສະ ມາ ຊິກ ຂອງ ລາຍ ການ ພົບ ປະ ແລກ ປ່ຽນ ຊາວ ໜຸ່ມ ຫວຽດ ນາມ - ໄທ ແຕ່ ປີ 2017. ປີ ນັ້ນ , ພວກ ນ້ອງ ໄດ້ ໄປ ປະ ເທດ ໄທ ແລະ ມີ ໂອ ກາດ ໄດ້ຄົ້ນ ຫາ ແລະ ຢ້ຽມ ຊົມ ບັນ ດາ ທັດ ສະ ນີ ຍະ ພາບ ຂອງ ໄທ , ໄດ້ ເຂົ້າ ຮ່ວມ ບັນ ດາ ການ ເຄື່ອນ ໄຫວ ພົບ ປະ ແລກ ປ່ ຽນ ດ້ານວັດ ທະ ນະ ທຳ ລະ ຫວ່າງ ນັກ ສຶກ ສາ ສອງ ປະ ເທດ . ບັນ ດາ ການ ເຄື່ອນ ໄຫວ ເຫຼົ່າ ນັ້ນ ໄດ້ ຊ່ວຍ ໃຫ້ ນ້ອງ ມີ ຄວາມ ເຂົ້າ ໃຈ ຕື່ມ ອີກ ກ່ຽວ ກັບ ວັດ ທະ ນະ ທຳ ແລະ ປະ ຊາ ຊົນ ໄທ ແລະ ມີ ຄວາມ ຮັກ ປະ ເທດ ໄທ ຫຼາຍກວ່າອີກ . ນັ້ນ ແມ່ນ ແຫຼ່ງ ກຳ ລັງ ໜູນ ເພື່ອ ໃຫ້ ນ້ອງ ຮຽນ ຮູ້ ພາ ສາ ໄທ ໄດ້ ເກັ່ງ ກວ່າ ແລະ ປັດ ຈຸ ບັນ , ນ້ອງ ກໍ ເປັນ ອາ ຈານ ສອນ ພາ ສາ ໄທ . ນ້ອງ ປາດ ຖະ ໜາ ວ່າ ຈະ ແຜ່ ກະ ຈາຍ ຄວາມ ຮັກ ມັກ ພາ ສາ ໄທ ຂອ ງ ຕົນ ແລະ ວັດ ທະ ນະ ທຳ ໄທ ເຖິງ ເພື່ອນໆ ນັກ ສຶກ ສາ ຊຸດຮຽນ ຕໍ່ ໄປ ”.         “ ນ້ອງ ໄດ້ ເຂົ້າ ຮ່ວມ ລາຍ ການ ນີ້ ປີ 2014 ຢູ່ ຫວຽດ ນາມ ປະມານ 14 ວັນ . ພວກ ນ້ອງ ໄດ້ ເຂົ້າ ຮ່ວມຫຼາຍ ກິດ ຈະ ກຳ ພົບ ປະ ແລກ ປ່ຽນ ໂດຍ ຜ່ານ ການຫຼີ້ນ ເກມ ແລະ ແບ່ງ ປັນ ກ່ຽວ ກັບ ວັດ ທະ ນະ ທຳ , ງານ ບຸນ ຕ່າງໆ ຂອງນັບ ທັງ ຫວຽດ ນາມ ແລະ ໄທ . ພວກ ນ້ອງ ໄດ້ ແນະ ນຳ ກ່ຽວ ກັບ ວາດ ຟ້ອນ ໄຂ່ ໝົດ ແດງ ”. ສ່ວນ ບັນ ດາ ເພື່ອນໆ ຄົນ ຫວຽດ ໄດ້ ນຸ່ງ ຊຸດ ເຊື້ອ ຍາວ ແລະ ພ້ອມ ກັນ ສະ ແດງ ບັນ ດາ ວາດ ຟ້ອນ ພື້ນ ເມືອງ ຂອງ ຫວຽດ ນາມ . ສິ່ງ ທີ່ ເຮັດ ໃຫ້ ນ້ອງ ປະ ທັບ ໃຈ ທີ່ ສຸດ ແມ່ນ ທັງ ໝູ່ ເພື່ອນ ຄົນ ໄທ ແລະ ຄົນ ຫວຽດ ລ້ວນ ແຕ່ ທຳ ຄວາມ ລຶ້ງ ເຄ ີຍ ແລະ ສະ ໜິດ ກັນ ໄດ້ ງ່າຍ ໂດຍ ຜ່ານ ການ ແລ ກ ປ່ຽນ ວັດ ທະ ນະ ທຳ , ພາ ສາ ແລະ ແບ່ງ ປັນ ຄວາມ ຮູ້ , ປະ ສົບ ການ ໃຫ້ ກັນ ”.
TAG
VOV/VOVworld/ຊາວ​ໜຸ່ມ/ຫວຽດ​ນາມ/ໄທ

More