ຂະແໜງທ່ອງທ່ຽວ ກຳປູເຈຍ ພ້ອມແລ້ວທີ່ຈະພ້ອມກັບ ອາຊຽນ ຟື້ນຟູໃນປີ 2022
27/02/2022 12:26
(VOVWORLD) -ຂະແໜງທ່ອງທ່ຽວແມ່ນໜຶ່ງໃນ 4 ເສົາຄ້ຳຂອງພື້ນຖານເສດຖະກິດ ກຳປູເຈຍ. ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ໃນໄລຍະສອງປີຜ່ານມາ, ຂະແໜງທ່ອງທ່ຽວຂອງປະເທດນີ້ຖືກຜົນເສຍຫາຍຢ່າງໜັກໜ່ວງ. ເຖິງຢ່າງໃດກໍຕາມ, ຍ້ອນມີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຍຸດທະສາດສັກວັກຊິນຢ່າງໄວວາ, ນັບແຕ່ເດືອນພະຈິກ ປີ 2021, ກຳປູເຈຍ ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວ - ຜູ້ທີ່ສັກວັກຊິນຢ່າງຄົບຖ້ວນຢ່າງເປັນທາງການ.

ນັບແຕ່ຊຸມວັນທຳອິດຂອງປີ 2022, ຂະແໜງທ່ອງທ່ຽວ ກຳປູເຈຍ ຢັ້ງຢືນມີສັນຍານທີ່ໜ້າຊື່ນຊົມຢ່າງລຽນຕິດ. ບໍ່ພຽງແຕ່ເທົ່ານັ້ນ, ໃນບົດບາດເປັນປະທານ ອາຊຽນ 2022, ການຟື້ນຟູຂະແໜງທ່ອງທ່ຽວໃນທົ່ວພາກພື້ນ ອາຊຽນ ກໍແມ່ນຂໍ້ບູລິມະສິດອັນໜຶ່ງ ເຊິ່ງ ກຳປູເຈຍ ໄດ້ວາງອອກໃນປີນີ້.
TAG
VOV/VOVworld/ກຳປູເຈຍ/ທ່ອງທ່ຽວ/ອາຊຽນ/ຟື້ນຟູ
Related
More








