VOV WorldVOV World
ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້
28/03/2021 03:00
(VOVWORLD) -ປະເທດແດນແຫ່ງຈຳປາ ບໍ່ພຽງແຕ່ເປັນທີ່ຮູ້ຈັກວ່າ ແມ່ນປະເທດສະຫງົບຫງຽບ, ປະຊາຊົນເປັນມິດສະໜິດສະໜົມ, ຮັກແພງແຂກຄົນ ເທົ່ານັ້ນ, ຫາກຍັງໄດ້ຮັບການຮູ້ຈັກກັນດີວ່າ ແມ່ນປະເທດທີ່ມີລະບົບວັດວາອາຮາມຕັ້ງຢູ່ທົ່ວທຸກແຫ່ງໃນທົ່ວປະເທດອີກດ້ວຍ. ໂດຍຫ່າງຈາກນະຄອນຫຼວງ ວຽງຈັນ ໄປທາງທິດເໜືອປະມານກວ່າ 40 ກິໂລແມັດ, ວັດປ່າພູເຂົາຄວາຍ ຕັ້ງຢູ່ສາຍພູເຂົາຄວາຍ, ແຂວງ ວຽງຈັນ - ເຊິ່ງເປັນໜຶ່ງໃນບັນດາວັດວາອາຮາມທີ່ສັກສິດຂອງ ລາວ. ສະຖານທີ່ແຫ່ງນີ້ບໍ່ພຽງແຕ່ມີຊື່ສຽງຍ້ອນມີທາດສີ່ລຽມ 5 ທາດທີ່ໄດ້ອອກແບບຕາມສະຖາປັດຕະຍາກຳຂອງ ອິນເດຍ ເທົ່ານັ້ນ ຫາກຍັງເປັນບ່ອນເຕົ້າໂຮມການປະຕິບັດທຳກຳມະຖານຂອງພະສົງສຳມະເນນ, ພຸດທະສາສະນິກກະຊົນ ຂອງ ລາວ ແລະ ໄທ ອີກດ້ວຍ.
ຄົ້ນ​ຫາ​ວັດ ພູປ່າ​ເຂົາ​ຄວາຍ ທີ່​ຕັ້ງ​ຢູ່​ລະ​ຫວ່າງກາງ​ພູ​ຜາ​ປາ​ໄມ້
ວັດປ່າພູເຂົາຄວາຍ ມີທາດສີ່ລຽມ 5 ທາດທີ່ໄດ້ອອກແບບຕາມສະຖາປັດຕະຍາກຳຂອງ ອິນເດຍ ໂດຍຕັ້ງຢູ່ລະຫວ່າງກາງພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ ດ້ວຍເນື້ອທີ່ 20 ເຮັກຕາ ຂອງຕີນ ພູເຂົາຄວາຍ ອັນໃຫຍ່ໂຕມະໂຫຖານ ຢູ່ບ້ານ ນານົກຄຸ້ມ, ເມືອງ ທຸລະຄົມ ແຂວງ ວຽງຈັນ, ສະນັ້ນ, ກ່ອນໜ້ານີ້ ມີໜ້ອຍຄົນທີ່ຮູ້ຈັກເຖິງ ວັດປ່າພູເຂົາຄວາຍ. ຕາມທາງນັບແຕ່ທາງຫຼວງເຂົ້າໄປຫາວັດປະມານກວ່າ 9 ກິໂລແມັດ, ມີປ້າຍທີ່ແຕ້ມດ້ວຍຮູບພະພຸດປະລິນິບພານ  ແລະ ກໍເປັນປ້າຍຊີ້ທາງໃຫ້ແຂກທ່ອງທ່ຽວເຂົ້າໄປໃນວັດ, ເຂົ້າໄປຕາມເສັ້ນທາງແດງຕື່ມອີກປະມານ 5 ກິໂລແມັດ ກໍຈະຮອດປະຕູໂຂງຂອງວັດ. ລຽບຕາມສອງແຄມທາງເຂົ້າວັດນັ້ນ ແມ່ນໄດ້ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມຂອງພູຜາປ່າໄມ້. ຍິ່ງຫຍັບເຂົ້າໄປໃກ້ ຍິ່ງເຫັນຮູບປັ້ນພະອົງຕ່າງໆປະກົດຂຶ້ນມາ ດ້ວຍທ່າທີ ແລະ ຮູບຮ່າງທີ່ແຕກຕ່າງກັນ ເຊິ່ງຖືກຕັ້ງສະຫຼັບກັບຕົ້ນໄມ້ໃບຫຍ້າ ຄືດັ່ງເຊື່ອມຕົວເຂົ້າກັບທຳມະຊາດ. ວັດປ່າພູເຂົາຄວາຍ ຍາມໃດກໍດຶງດູດພຸດທະສາສະນິກກະຊົນ, ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກມາປະຕິບັດທຳ, ຊົມວິວ, ໂດຍສະເພາະແມ່ນ ຫຼັງຈາກທີ່ລັດຖະບານ ລາວ ຜ່ອນຜັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ທ່ານ ບຸນສວນ ສີຈຽງພິມ, ແຂກທ່ອງທ່ຽວມາຈາກນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນວ່າ:
TAG
VOV/VOVworld/ວັດ​ປ່າ​ພູ​ເຂົາ​ຄວາຍ/ພຸດທະສາສະນິກກະຊົນ/ວຽງ​ຈັນ

More