VOV WorldVOV World
ຄວາມ​ຊົງ​ຈຳ​ຂອງ​ບັນ​ດາ​ນັກ​ຮົບ ຫວຽດ​​ນາມ ເພື່ອ​ນ້ຳ​ໃຈ​ສາ​ກົ​ນ​ຄອມມູນິດ ​ໂດຍບໍ່ຄຳ​ນຶງເຖິງ​ຜົນປະໂຫຍດຕົວ​ເອງ
16/10/2022 16:00
(VOVWORLD) -“ການສູ້ຮົບຢູ່ດິນແດນ ລາວ ຫຼື ດິນແດນ ຫວຽດນາມ ມັນຄືກັນໝົດ, ການເສຍສະຫຼະຢູ່ປະເທດ ລາວ ຫຼື ປະເທດ ຫວຽດນາມ ມັນກໍເຊັ່ນດຽວກັນ”.
ຄວາມ​ຊົງ​ຈຳ​ຂອງ​ບັນ​ດາ​ນັກ​ຮົບ ຫວຽດ​​ນາມ ເພື່ອ​ນ້ຳ​ໃຈ​ສາ​ກົ​ນ​ຄອມມູນິດ ​ໂດຍບໍ່ຄຳ​ນຶງເຖິງ​ຜົນປະໂຫຍດຕົວ​ເອງ
ກ່ອນນີ້ກວ່າ 7 ທົດສະວັດ, ມີປະຊາຊົນ, ຊາວໜຸ່ມ ຫວຽດນາມ ນັບໝື່ນໆຄົນ ຕ້ອງໄດ້ໂຈະການຮຽນ, ປະຄອບຄົວ ແລະ ຈາກບ້ານເກີດເມືອງນອນຂອງຕົນ ເພື່ອເດີນທາງໄປປະຕິບັດໜ້າທີ່ສາກົນຢູ່ ລາວ ເພື່ອສົມທົບກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະປະເທດ. ວັນທີ 30 ຕຸລາ 1949 ບັນດານັກຮົບເຫຼົ່ານັ້ນ ກໍໄດ້ເອີ້ນຢ່າງເປັນທາງການວ່າ “ທະຫານອາສາສະໝັກ ຫວຽດນາມ” ເມື່ອຄະນະປະຈຳສູນກາງພັກຄອມມູນິດ ອິນດູຈີນ ຕັດສິນໃຈຈັດສົ່ງກຳລັງທະຫານອາສາສະໝັກ ຫວຽດນາມ ໄປຊ່ວຍເຫຼືອລາວ. ນີ້ແມ່ນບາດລ້ຽວສຳຄັນໃນວິວັດການພັດທະນາສາຍພົວພັນລະຫວ່າງສອງປະເທດ, ເປີດໄລຍະໃໝ່ແກ່ການຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ໄປຊ່ວຍເຫຼືອ ລາວ ຄົບຮອບ 73 ປີ ( 30/10/1949 – 30/10/2022) , ເຊີນທ່ານຜູ້ຟັງທຸກໆທ່ານຮັບຟັງຄວາມຊົງຈຳ ແລະ ເລື່ອງລາວຕ່າງໆຂອງທະຫານອາສາສະໝັກ ຫວຽດນາມ ຢູ່ປະເທດ ລາວ ລ້ານຊ້າງ ສະໄໝລະເບີດ ລູກປືນ .
TAG
VOV/VOVworld/ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ/ຄວາມ​ຊົງ​ຈຳ/ສະ​ໜາມ​ຮົບ/ນ້ຳ​ໃຈ​ສາ​ກົນ​ຄອມ​ມູ​ນິດ