ລາວ ປະສົບຜົນສຳເລັດໃນການນຳຢາພື້ນເມືອງເຂົ້າໃນການປິ່ນປົວພະຍາດໂຄວິດ - 19
13/03/2022 10:00
(VOVWORLD) - ຕໍ່ໜ້າການແຜ່ລະບາດ ຂອງ ເຊື້ອໄວຣັດສາຍພັນ Omicron ໃນທົ່ວໂລກຢ່າງສັບສົນ, ປະເທດລາວໄດ້ຮັບຖືວ່າແມ່ນຈຸດພົ້ນເດັ່ນເມື່ອມີຈຳນວນຜູ້ຕິດເຊື້ອແລະເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ລະດັບຕ່ຳທີ່ສຸດໃນພາກພື້ນອາຊຽນ, ເຖິງວ່າພວມຜ່ານຜ່າໄລຍະເວລາທີ່ມີຈຳນວນຜູ້ຕິດເຊື້ອໃໝ່ປະມານ 1000 ຄົນຕໍ່ວັນກໍ່ຕາມ. ເພື່ອຈຳກັດຈຳນວນຜູ້ຕິດເຊື້ອ ກໍ່ຄືຜູ້ເສຍຊີວິດຫຼາຍເທົ່າທີ່ຈະເຮັດໄດ້, ທ້າຍປີ 2021 ຜ່ານມາລາວໄດ້ປະຕິບັດໃນການນຳຢາພື້ນເມືອງເຂົ້າການປິ່ນປົວພະຍາດໂຄວິດ - 19 ຢ່າງສຳເລັດຜົນ. ຢາສະໝູນໄພທີ່ໄດ້ນຳໃຊ້ໃນການປິ່ນປົວລວມມີ: ລາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ເພື່ອແນໃສ່ໜູນຊ່ວຍແລະຫຼຸດຜ່ອນຄ່າປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ລາວ.

ຢາພື້ນເມືອງປິ່ນປົວພະຍາດໂຄວິດ - 19 (ພາບ: VOV)
TAG
VOV/VOVworld/ໂຄວິດ - 19/ລາວ/ຢາພື້ນເມືອງ
Related
More








