VOV WorldVOV World
ງານປະກວດດົນຕີປະສານສຽງໂຮ້ຍອານ- ຂົວເຊື່ອມຕໍ່ກັບເພື່ອນມິດສາກົນ
08/05/2015 03:45
(vovworld)- ທຳ​ມະ​ດາ​ເມື່ອ​ຮອດ​ວັນ​ໄຫວ​້​ພະ​ຈັນ​, ບັນ​ດາ​ເຮືອນ​ບູ​ຮານ​​ຢູ່​ໂຮ້ຍ​ອານ ​ລ້ວນ​ແຕ່ມອດ​ໄຟ,
ງານປະກວດດົນຕີປະສານສຽງໂຮ້ຍອານ- ຂົວເຊື່ອມຕໍ່ກັບເພື່ອນມິດສາກົນ
(vovworld)- ທຳ​ມະ​ດາ​ເມື່ອ​ຮອດ​ວັນ​ໄຫວ​້​ພະ​ຈັນ​, ບັນ​ດາ​ເຮືອນ​ບູ​ຮານ​​ຢູ່​ໂຮ້ຍ​ອານ ​ລ້ວນ​ແຕ່ມອດ​ໄຟ, ແທນ​ທີ່ນັ້ນ​ແມ່ນ​ບັນ​ດາ​ໂຄມ​ໄຟ​ມີ​ສີ​ຫລາຍ​ຫລາຍ​ ​ເຮັດ​ໃຫ້​ຄ​ຸ້ມ​ເມືອງເກົ່າ​ໂຮ້ຍ​ອານ ສວຍ​ງາມກວ່າ. ສະ​ເພາະ​ຄ່ຳ​ຄືນ​ວັນໄຫວ້​ພະ​ຈັນເດືອນ 3 (ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ) ປີນີ້, ຄຸ້​ມ​ເມືອງ​ເກົ່າ ໂຮ້ຍ​ອານ ຍິ່ງ​ຟົດ​ຟື້ນກວ່າ ຍ້ອນ​ການ​ມີ​ຫນ້າ​ຂອງ​ນັກ​ສິ​ລະ​ປິນ​ສະ​ໝັກ​ຫລິ້ນ 1500 ຄົນ​​ທີ່ມາ​ຈາກ ກອງ​​ດົນ​ຕີປະ​ສານ​ສຽງ 45 ກອງ​​ຂອງ 45 ປະ​ເທດ​ໃນ​ໂລກ. ເຂົາ​ເຈົ້າ​ມາ​ໂຮ້ຍ​ອານ, ແຂວງ ກວ໋າງ​ນາມ ເພື່ອ​ເຂົ້າ​ຮ່ວມ​ງານປະ​ກວດ​ດົນ​ຕີ​ປະ​ສານ​ສຽງ​ສາ​ກົນ​ຫວຽດ​ນາ​ມ​ຄັ້ງ​ທີ 4 ​ຖືກ​ດຳ​ເນີນ​ໄປ​ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ເຫດ​ການ​ສິ​ລະ​ປະ​ດົນ​ຕີ​ທີ່​ມີ​ຂອບ​ຂະ​ຫນາດ​ສາ​ກົນ​ນີ້ ກໍ​ແມ່ນ​ໂອ​ກາດ​ເພື່ອ​ແນະ​ນຳ, ໂຄ​ສະ​ນາ​ພາບ​ພົດ​ຂອງ​ໂຮ້ຍ​ອານ​ເຖິງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.  
TAG
vovworld/​ງານ​ປະ​ກວດ​ດົນ​ຕີ​ປະ​ສານ​ສຽງ

More