ໂບດອິດສະລາມ Al Noor – ບ່ອນອີງທາງດ້ານຈິດໃຈຂອງປະຊາຄົມຊາວມຸດສະລິມຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ
29/08/2021 07:00
(VOVWORLD) -ຖ້າຫາກວ່າບໍ່ມີແຖວໜັງສືຢູ່ປ້າຍໜ້າເຮືອນເລກທີ 12 ຖະໜົນຮ່າງເລືອກ ແລ້ວ, ກໍຈະບໍ່ຄ່ອຍມີຄົນຮູ້ຈັກກັນວ່າ ນີ້ແມ່ນ Al Noor – ໂບດອິດສະຣາມ ແຫ່ງດຽວຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ຢູ່ພາກເໜືອ ຫວຽດນາມ. ໃນໄລຍະເວລາກວ່າ 100 ປີຜ່ານມາ, ໂບດ Al Noor ຍາມໃດກໍແມ່ນບ່ອນອີງທາງດ້ານຈິດໃຈຂອງຜູ້ເຊື່ອຖືສາສະໜາອິດສະລາມຊາວ ຫວຽດນາມ ແລະ ຕ່າງປະເທດ ກໍຄືປະຊາຄົມຊາວມຸດສະລິມ ຢູ່ ຫວຽດນາມ.

ໂບດ Al Noor ຕັ້ງຢູ່ເຮືອນ ເລກ ທີ 12 ຖະ ໜົນ ຮ່າງ ເລືອກ ໂບດ Al Noor ຫຼື ຍັງເອີ້ນວ່າ ໂບດແຫ່ງແສງສະຫວ່າງ ເພາະວ່າ ບັນດາກິດຈະກຳສະຖາປັດຕະຍາກຳຢູ່ໃນໂບດແຫ່ງນີ້ ລ້ວນແຕ່ໄດ້ທາສີຂາວ - ສີຂອງແສງສະຫວ່າງ. ໂບດ Al Noor ໄດ້ຮັບການກໍ່ສ້າງເມື່ອປີ 1885 ໂດຍບັນດາແມ່ຄ້າຊາວຂາຍ ອິນເດຍ ທີ່ດຳລົງຊີວິດຢູ່ ຫວຽດນາມ. ຮອດປີ 1890, ສະຖານທີ່ສັກສິດນີ້ກໍໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ໂບດ Al Noor ມີເນື້ອທີ່ກວ້າງປະມານ 700 ຕາແມັດ, ມີສະຖາປັດຕະຍາກຳ ແລະ ໄດ້ຮັບການຈັດປະດັບປະດາຄືກັນກັບໂບດອິດສະລາມ ແຫ່ງອື່ນໆໃນໂລກ, ເຖິງຢ່າງໃດກໍຕາມ, ທາດແຫຼມ, ຫຼັງຄາພຽງ, ປະຕູກົ່ງຂອງກິດຈະກຳແຫ່ງນີ້ ພັດມີຄວາມເປັນເອກະລັກສະເພາະຂອງສະຖາປັດຕະຍາກຳ ອິນເດຍ. ທ່ານດ່ວານຮົ່ງເກື່ອງ, ຮອງຄະນະຄຸ້ມຄອງໂບດ Al Noor - ເຊິ່ງເປັນຜູ້ທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວຊາວມຸດສະລິມ ເຊື້ອຊາດ ປາກິດສະຖານ ຢູ່ ຮ່າໂນ້ຍ. ເພິ່ນໄດ້ສືບທອດອາຊີບຂອງພໍ່ມາເຝົ້າໂບດນັບແຕ່ຊຸມປີ 1945 ມາເຖິງປັດຈຸບັນ, ໃຫ້ຮູ້ວ່າ: “ ໂບດ ທຸກ ແຫ່ງ ໃນ ໂລກ ລ້ວນ ແຕ່ ແມ່ນ ຊາຍ ຄາ ຂອງ ພະ ເຈົ້າ ແລະ ແມ່ນ ບ່ອນທຳ ພິ ທີ ກຳ ຕ່າງໆ , ແມ່ນ ບ່ອນ ເຜີຍ ແຜ່ ຄຳສັ່ງ ສອນຂອງ ພະ ເຈົ້າ , ຊ່ວຍ ເຍືອງ ທາງ ໃຫ້ ແກ່ ຄົນ ເຮົາ ເດີນ ຕາມ ເສັ້ນ ທາງ ທີ່ດີ ”.
TAG
VOV/VOVworld/ໂບດ ອິດສະລາມ Al Noor/ມຸດສະລິມ/ຮ່າໂນ້ຍ
Related
More








