ໂຄງການ EPPIC ປະກອບສ່ວນຊຸກຍູ້ເສດຖະກິດໝູນວຽນ ຈາກບັນດາແນວຄວາມຄິດຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ຢ່າງມີຫົວຄິດປະດິດສ້າງໃນພາກພື້ນ ອາຊຽນ
28/02/2021 02:00
(VOVWORLD) -ການເສັງປະດິດຄິດສ້າງວິທີຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ຖືກຈັດຂຶ້ນດ້ວຍຈຸດປະສົງ ແນໃສ່ຊອກຫາ, ຍົກລະດັບ ແລະ ເປີດກວ້າງບັນດາມາດຕະການປະດິດຄິດສ້າງ ເພື່ອປະກອບສ່ວນແກ້ໄຂບັນຫາມົນລະພິດຈາກ ຢາງພະລາດສະຕິກເສດເຫຼືອ ຢູ່ ອ່າວ ຮະລອງ ຂອງ ຫວຽດນາມ ແລະ ເກາະ ສະໝຸຍ ຂອງ ໄທ. ຈາກນັ້ນ, ປະກອບສ່ວນຊຸກຍູ້ວິວັດການຫັນເປັນເສດຖະກິດໝູນວຽນ ຢູ່ພາກພື້ນ ອາຊຽນ ຜ່ານບັນດາມາດຕະການປະດິດຄິດສ້າງ.

ການເສັງປະດິດຄິດສ້າງວິທີຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ( EPPIC) ແມ່ນໂຄງການໂດຍອົງການ UNDP ສົມທົບກັບບັນດາປະເທດ ອາຊຽນ ຈັດຕັ້ງ ຄັ້ງທຳອິດໃນປີ 2020 ພາຍໃຕ້ການຊ່ວຍໜູນຂອງ ກະຊວງການຕ່າງປະເທດ ນອກແວ ແລະ ອົງການຮ່ວມມືພັດທະນາຂອງ ນອກແວ. ການເສັງດັ່ງກ່າວ ໄດ້ດຶງດູດ 156 ທິມ ຈາກ 6 ປະເທດ ອາຊຽນ ເຂົ້າຮ່ວມ ດ້ວຍຈຸດປະສົງ ແນໃສ່ຊອກຫາ, ຍົກລະດັບ ແລະ ເປີດກວ້າງບັນດາມາດຕະການປະດິດຄິດສ້າງ ເພື່ອປະກອບສ່ວນແກ້ໄຂບັນຫາມົນລະພິດຈາກ ຢາງພະລາດສະຕິກເສດເຫຼືອ ຢູ່ ອ່າວ ຮະລອງ ຂອງ ຫວຽດນາມ ແລະ ເກາະ ສະໝຸຍ ຂອງ ໄທ. ຈາກນັ້ນ, ປະກອບສ່ວນຊຸກຍູ້ວິວັດການຫັນເປັນເສດຖະກິດໝູນວຽນ ຢູ່ພາກພື້ນ ອາຊຽນ ຜ່ານບັນດາມາດຕະການປະດິດຄິດສ້າງຄື: ນຳໃຊ້ວັດສະດຸປ່ຽນແທນຢາງພະລາດສະຕິກ, ຍູ້ແຮງບັນດາມາດຕະການນຳມາຜະລິດຄືນໃໝ່ ຊຸກຍູ້ບັນດາຮູບແບບສົ່ງເສີມການນຳໃຊ້ຄືນໃໝ່ ແລະ ເກັບໂຮມຂີ້ເຫຍື້ອສິ່ງເສດເຫຼືອໃນຊຸມຊົນ... ຮູບແບບນຳຈອກທີ່ນຳໃຊ້ຫຼາຍເທື່ອເຂົ້າໃນມະຫາວິທະຍາໄລແຫ່ງຕ່າງໆຂອງ ນາງ ເລຖຸ່ຍລິງ, ອາຍຸ 33 ປີ - ຜູ້ກໍ່ຕັ້ງ ແລະ ເປັນ CEO ຂອງທິມ AYA, ແມ່ນ 1 ໃນຈຳນວນ 14 ທິມທີ່ເຂົ້າຮອບຊິງຊະນະເລີດ ຂອງການເສັງ EPPIC ປີ 2020. ກ່ອນໜ້ານັ້ນ, ຮູບແບບດັ່ງກ່າວ ຖືກຜັນຂະຫຍາຍຢູ່ ງານມະໂຫລານດົນຕີ
TAG
VOV/VOVworld/EPPIC/ຢາງພະລາດສະຕິກເສດເຫຼືອ/ເສດຖະກິດໝູນວຽນ/ອາຊຽນ
Related
More








