Refill Day - ຮູບແບບ ທີ່ຍາດໄດ້ໄຊຊະນະໃນການເສັງ ທົດສອບຫົວຄິດປະດິດສ້າງໃນການຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ໃນ ອາຊຽນ
18/04/2021 00:00
(VOVWORLD) -ໃນຂອບເຂດຂອງການເສັງທົດສອບຫົວຄິດປະດິດສ້າງໃນການຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອໃນພາກພື້ນ ອາຊຽນ (EPPIC) 2020 ໂດຍອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຈັດຕັ້ງ, ຫວຽດນາມ ມີຄວາມເປັນກຽດ ເມື່ອມີ 3 ໃນຈຳນວນ 4 ລາງວັນ ໄດ້ຮັບໄຊຊະນະໃນການເສັງຄັ້ງນີ້. ໃນນັ້ນ, ມີທິມ Refill Day ໂດຍອ້າຍ ຫງວຽນຫຶວເຍິນ ເປັນຜູ້ກໍ່ຕັ້ງ. ອ້າຍ ເຍິນ ແມ່ນຊາວອາເມລິກາ ເຊື້ອຊາດ ຫວຽດນາມ, ປັດຈຸບັນ ແມ່ນອາຈານສອນຢູ່ມະຫາວິທະຍາໄລ RMIT ຢູ່ນະຄອນ ໂຮ່ຈີມິນ. ຮູບແບບ Refill Day ຂອງ ອ້າຍເຍິນ ໄດ້ສະໜອງມາດຕະການປ່ຽນແທນໃຫ້ແກ່ຜະລິດຕະພັນຢາງພະລາດສະຕິກເສດເຫຼືອທີ່ນຳໃຊ້ເທື່ອດຽວ ດ້ວຍການໃຫ້ການບໍລິການເຖິງທີ່ ເພື່ອເຕີມຜະລິດຕະພັນໃສ່ເຄື່ອງບັນຈຸທີ່ສາມາດນຳໃຊ້ຄືນ ດ້ວຍບັນດາຜະລິດຕະພັນທີ່ມີຄວາມໄວ້ວາງໃຈ.

“ຮູບແບບດັ່ງກ່າວ, ຂ້າພະເຈົ້າຫາກໍ່ເລີ່ມລົງມືເຮັດແຕ່ເດືອນພຶດສະພາ ປີ 2020. ປັດຈຸບັນ ຂ້າພະເຈົ້າຢາກ ຂາຍ ບັນດາຜະລິດຕະພັນ ແບບໃຊ້ຂວດ ຫຼື ຕຸກ/ກ່ອງຢາງທີ່ໃຊ້ເຕີມໄດ້ເມື່ອ ນໍາໃຊ້ ຜະລິດຕະພັນ ໝົດແລ້ວ ເພື່ອຈຳກັດການປ່ອຍຂີ້ເຫຍື້ອອອກສູ່ສິ່ງແວດລ້ອມ. ຕົວຢ່າງຄື, ດຽວນີ້ ຢາກຊື້ນ້ຳຢາລ້າງຖ້ວຍ sunlight, ຂ້າພະເຈົ້າຈະມີລົດຂົນສົ່ງຜະລິດຕະພັນຂອງ sunlight ມາເຕີມໃຫ້ ຜູ້ຊື້ ຢູ່ກັບເຮືອນ. ແຕ່ຜູ້ຊື້ຕ້ອງສັ່ງກ່ອນ 1 ວັນ, ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ຈະນຳ sunlight ມາເຕີມໃສ່ຕຸກເກົ່າທີ່ລູກຄ້າໄດ້ນຳໃຊ້ໝົດແລ້ວ ຫຼືຍັງເອີ້ນວ່າ Refill .”
TAG
VOV/VOVworld/EPPIC/Refill Đây/ຫງວຽນຫຶວເຍິນ
Related
More








