ສະມາຄົມນັກທຸລະກິດ ໄທ - ຫວຽດ - ບ່ອນອີງທີ່ໝັ້ນແກ່ນຂອງວິສາຫະກິດ ຫວຽດນາມ ປະຈຳ ໄທ
24/10/2021 13:00
(VOVWORLD) -ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ໄທ ແລະ ຫວຽດນາມ ພວມນັບມື້ນັບມີການພັດທະນາທີ່ເປັນໜ້າຊື່ນຊົມ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ຕ້ອງເວົ້າເຖິງການປະກອບສ່ວນຂອງວິສາຫະກິດຊາວ ຫວຽດນາມ ອາໄສ ຢູ່ ໄທ. ສະມາຄົມນັກທຸລະກິດ ໄທ - ຫວຽດ, ດ້ວຍບົດບາດເປັນບ່ອນອີງອັນໝັ້ນແກ່ນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ປະຈຳ ໄທ ໄດ້ຈັດການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍຫຼາຍຢ່າງ ປະກອບສ່ວນເຂົ້າໃນການຕິດພັນວິສາຫະກິດສອງປະເທດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວົງຄະນະຍາດຊຸມຊົນ.

ໂດຍໄດ້ຮັບການສ້າງຕັ້ງຂຶ້ນເມື່ອເດືອນ ກໍລະກົດ ປີ 2009, ຢູ່ແຂວງ ອຸດອນທານີ, ສະມາຄົມນັກທຸລະກິດໄທ - ຫວຽດ ດ້ວຍກວ່າ 500 ສະມາຊິກ - ເຊິ່ງແມ່ນວິສາຫະກິດ ຊາວ ຫວຽດນາມ ອາໄສຢູ່ 12 ແຂວງຂອງ ໄທ ດຳເນີນທຸລະກິດ, ຜະລິດອາໄຫຼ່ລົດໂອໂຕ, ລົດຈັກ, ເຄື່ອງໃຊ້ທີ່ຈຳເປັນ…. ໃນແຕ່ລະເດືອນ, ອ້າຍ ເຈືອງວັນດົງ, ເຈົ້າຂອງຮ້ານຂາຍເຄື່ອງທີ່ລະນຶກ ແລະ ອ້າຍ ເລວັນເວິນ, ເຈົ້າຂອງູຮ້ານຂາຍຊີ້ນງົວກະປ່ອງ ຢູ່ແຂວງ ອຸດອນທານີ ພ້ອມກັບສະມາຊິກອື່ນໆຂອງສະມາຄົມ ລ້ວນແຕ່ໄດ້ພົບປະກັນເພື່ອໂອ້ລົມສົນທະນາແບ່ງປັນບົດຮຽນ, ປະສົບການໃນການດຳເນີນທຸລະກິດໃຫ້ກັນ. ໃນໄລຍະເກີດໂລກລະບາດ ໂຄວິດ - 19, ທາງສະມາຄົມກໍຍັງຮັກສາການຕິດຕໍ່ພົວພັນກັບສະມາຊິກ ດ້ວຍການຈັດການປະຊຸມທາງໄກປະຈຳໄລຍະ. “ ຂ້າ ພະ ເຈົ້າ ເຂົ້າ ຮ່ວມ ສະ ມາ ຄົມ ໄດ້ປະ ມານ 4 ປີ ແລ້ວ . ທຳ ອິດ , ອ້າຍ ໂຮ່ ວັນ ເລິມ - ປະ ທານ ສະ ມາ ຄົມ ໄດ້ ໂທ ລະ ສັບຫາ ແລະ ຊວນ ຂ້າ ພະ ເຈົ້າ ເຂົ້າ ຮ່ວມ ນຳ . ພໍ່ແມ່ພີ່ນ້ອງ ເຮົາ ເຂົ້ າ ຮ່ວມ ສະ ມາ ຄ ົມ ນີ້ ກໍ ເພື່ອ ພ້ອມ ກັນ ດຳ ເນີນ ທຸ ລະ ກິດ ແລະ ສົ່ງ ໄປ ຂາຍ ຢູ່ ຫວຽດ ນາມ . ໃນ ການ ປະ ຊຸມ ແຕ່ ລະ ຄັ້ງ , ບັນ ດາ ສະ ມາ ຊິກໄດ້ ໂອ້ ລົມ ແລກ ປ່ຽນ ກ່ຽວ ກັບ ເລື່ອງ ເຮັດ ແນວ ໃດ ຈຶ່ງ ສາ ມາດ ນຳ ເຂົ້າ ສິນ ຄ້າ ຫວຽດ ນາມ ໄປ ຈຳ ໜ່າຍ ຢູ່ ໄທ ໃຫ້ ນັບ ມື້ ນັບຫຼາຍກວ່າ ອີກ . ເຮັດ ແນວ ໃດ ໃຫ້ ພໍ່ ແມ່ ພີ່ ນ້ອງ ເຮົາ ມີ ຄວາມ ສາ ມັກ ຄີ ກັນ , ພ້ອມ ກັນ ຄ້າ ຂາຍ , ດຳ ເນີນ ທຸ ລະ ກິດ , ສ້າງ ຄວາມ ຮັ່ງ ມີ ໃຫ້ ແກ່ ປະ ເທດ ໄທ ແລະ ຫວຽດ ນາມ .” “ ຂ້າ ພະ ເຈົ້າ ແມ່ ນ ຊາວເຊື້ອ ຊາດ ຫວຽດ ນາມ . ຂ້າ ພະ ເຈົ້າ ເຂົ້າ ຮ່ວມ ສະ ມາ ຄົມ ນີ້ ຍ້ອນ ຢາກ ໄດ້ມີການ ແລກ ປ່ຽນ ຄ້າ ຂາຍ ກັບ ຫວຽດ ນາມ ແລະ ຢາກ ຊອກ ຮູ້ ກ່ຽວກ ັບ ຫວຽດ ນາມຕື່ມອີກ . ໃນ ການ ພົບປະຄັ້ງ ຕ່າງໆ , ບັນ ດາ ສະ ມາ ຊິກ ຈະ ແບ່ງ ປັນ ຂໍ້ ມູນ ຂ່າວ ສານ ກ່ຽວ ກັບ ສະ ພາບ ການ ເສດ ຖະ ກິດຂອງ ໄທ ແລະ ຫວຽດ ນາມ ແລະ ປະ ສົບ ການ ດຳ ເນີນ ທຸ ລະ ກິດ . ມີ ບາງ ຄັ້ງ , ທ່ານ ເອກ ອັກ ຄະ ລັດ ຖະ ທູດ ກໍໄດ້ ເຂົ້າ ຮ່ວມ ນຳ ແລະ ແບ່ງ ປັນ ກ່ຽວ ກັບ ເງື່ອນ ໄຂ ກໍ ຄື ລະ ບຽບ ການ ຕ່າງໆ ເມ ື່ອ ຢາກ ດຳ ເນີນ ທຸ ລະ ກິດຢູ່ ຫວຽດ ນາມ .” ສະມາຄົມໄດ້ຮັບການສ້າງຕັ້ງຂຶ້ນຕາມຫຼັກການ ດ້ວຍຄວາມສະໝັກໃຈ, ເປັນເຈົ້າກ່ຽວກັບດ້ານການເງິນ, ເຄົາລົບກົດໝາຍຂອງ ໄທ ແລະ ລະບຽບການ, ຂໍ້ກຳນົດຕ່າງໆຂອງສະມາຄົມ. ໃນຕະຫຼອດໄລຍະ 12 ປີ ແຫ່ງການເຄື່ອນໄຫວ, ດ້ວຍທັດສະນະຄະຕິ ເຖິງວ່າພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ຕ່າງປະເທດກໍຕາມ ແຕ່ຍາມໃດກໍຍັງຕິດຕາມບາດກ້າວຜັນປ່ຽນຂອງບ້ານເກີດເມືອງນອນ, ບັນດາສະມາຊິກໃນກຸ່ມ ຍາມໃດກໍມານະພະຍາຍາມເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການພົວພັນທາງດ້ານເສດຖະກິດລະຫວ່າງ ຫວຽດນາມ - ໄທ ໃຫ້ພັດທະນາ, ເພື່ອໃຫ້ສອງປະເທດພ້ອມກັນເຂົ້າຮ່ວມລະບົບສະໜອງທົ່ວໂລກ ແລະ ມຸ່ງໄປເຖິງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນແຫ່ງອື່ນໆ. ເມື່ອແບ່ງປັນກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ທ່ານ ໂຮ່ວັນເລີມ - ປະທານສະມາຄົມນັກທຸລະກິດ ໄທ - ຫວຽດ ໃຫ້ຮູ້ວ່າ:
TAG
VOV/VOVworld/ສະມາຄົມນັກທຸລະກິດ ໄທ - ຫວຽດ/ໂລກລະບາດໂຄວິດ - 19
Related
More








