ສີສັນບຸນປີໃໝ່ລາວທ່າມກາງນະຄອນຫຼວງຮ່າໂນ້ຍ
15/04/2022 08:00
(VOVWORLD) -ເມື່ອເດືອນເມສາວຽນມາ, ປະຊາຊົນລາວຢູ່ທຸກແຖບຖິ່ນໃນທົ່ວປະເທດ ມີຄວາມກະຕືລືລົ້ນ ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນດ້ວຍພິທີກຳທີ່ເປັນເອກະລັກສະເພາະ. ສຳລັບປະຊາຊົນລາວ ທີ່ຢູ່ຫ່າງໄກຈາກປະເທດ, ບໍ່ວ່າຈະຢູ່ແຫ່ງຫົນໃດ, ເຂົາເຈົ້າກໍ່ລ້ວນແຕ່ອວ່າຍໜ້າເມືອຫາປະເທດຊາດຂອງຕົນ ໃນຊຸມວັນພິເສດນີ້. ສະເພາະພະນັກງານ, ນັກສຶກສາລາວ ທີ່ພວມຄົ້ນຄ້ວາ ແລະ ຮ່ຳຮຽນຢູ່ ຫວຽດນາມ, ເຖິງວ່າ ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຄອບຄົວ, ຍາດຕິພີ່ນ້ອງກໍ່ຕາມ, ແຕ່ຍາມໃດເຂົາເຈົ້າກໍ່ໄດ້ຮັບການໜູນຊ່ວຍຢ່າງສຸດໃຈຈາກທາງໂຮງຮຽນ, ອຳນາດການປົກຄອງກໍ່ຄືປະຊາຊົນຫວຽດນາມ, ແລະ ພິເສດແມ່ນໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊືນ, ອົບອຸ່ນ ພ້ອມກັບຄູອາຈານ ແລະ ເພື່ອນນັກສຶກສາຫວຽດນາມ.

ພາຂວັນ ມື້ໜຶ່ງໃນກາງເດືອນ ເມສາ, ໃນທ່າມກາງອາກາດເຢັນສະບາຍ, ແດດອ່ອນໆຢູ່ຮ່າໂນ້ຍໄດ້ສ້າງບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ຄຶກຄື້ນກວ່າຢູ່ສູນໜູນຊ່ວຍການບຳລຸງສ້າງສາກົນ ຂຶ້ນກັບກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ເມື່ອມາສູນໃນຊຸມວັນໃກ້ຈະຮອດບຸນປີໃໝ່ລາວ, ພວກເຮົາຈະເຫັນຫໍພັກນັກສຶກສາ ໄດ້ປະດັບປະດາ, ຕົບແຕ່ງດ້ວຍໝາກປູມເປົ້າ, ຄຳຂວັນ, ຈັດເປັນແຖວ ແລະ ປະດັບປະດາເວທີຢ່າງສວຍງາມ, ຢູ່ໃຈກາງເວທີແມ່ນພາຂວັນທີ່ເປັນປະເພນີຂອງລາວ ດ້ວຍການຈັດເຄື່ອງໃສ່ພາຂວັນຢ່າງຄົບຖ້ວນຕາມປະເພນີສູ່ຂວັນທີ່ເປັນເອກະລັກຂອງລາວ. ພາຍຫຼັງລັດຖະບານ ຫວຽດນາມ ຍົກອອກຫຼາຍມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ - 19, ພິເສດແມ່ນການສັກວັກຊິນດ້ວຍອັດຕາສູງ ແລະ ມີປະສິດທິຜົນ, ພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ທົ່ວປະເທດໄດ້ກັບຄືນສູ່ສະພາບປົກກະຕິໃໝ່, ບົນເນື້ອໃນຈິດໃຈນັ້ນ ບັນດາພະນັກງານຢູ່ສູນ ໄດ້ພະຍາຍາມ ເພື່ອຈັດບຸນປີໃໝ່ທີ່ພິເສດທີ່ສຸດໃຫ້ນັກສຶກສາລາວ, ແນໃສ່ຊ່ວຍເຂົາເຈົ້າໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ບັນເທົາຄວາມຄິດຮອດບ້ານເກີດເມືອງນອນ ແລະ ຄອບຄົວ. ບຸນປີໃໝ່ປີນີ້ ນອກຈາກການເຂົ້າຮ່ວມຂອງພະນັກງານ, ພາລະກອນຂອງສູນ, ນັກສຶກສາລາວ, ກຳປູເຈຍ ແລະ ຫວຽດນາມ ແລ້ວ ຍັງມີການເຂົ້າຮ່ວມຂອງທ່ານນາງ ພອນວິໄລ ສີປະເສີດ ເລຂາຕີ ສັງກັດຫ້ອງການສຶກສາ-ວັດທະນະທຳ ຂອງສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ທ່ານນາງ ດ່າວທິຮ່ານິງ ຮອງຫົວໜ້າສູນໜູນຊວ່ຍການບຳລຸງສ້າງສາກົນ. ກໍ່ຄືກັນກັບຮາກຖານການສຶກສາ, ມະຫາວິທະຍາໄລແຫ່ງອື່ນໆ ການຈັດບຸນປີໃໝ່ລາວໃຫ້ແກ່ນັກຮຽນ, ນັກສຶກສາລາວ ຖືວ່າ ໄດ້ຈັດຂຶ້ນໃນທຸກໆປີ. ທ່ານ ຫງວຽນທ໊າຍຕວາຍ ຜູ້ຄຸ້ມຄອງນັກສຶກສາຕ່າງປະເທດຂອງສູນແບ່ງປັນວ່າ: ສອງປີຜ່ານມາ, ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19 ສະນັ້ນພວກຂ້າພະເຈົ້າບໍ່ໄດ້ຈັດບຸນປີໃໝ່ໃຫ້ນັກສຶກສາລາວ. ປີນີ້, ພາຍຫຼັງຄວບຄຸມພະຍາດໄດ້ໂດຍພື້ນຖານ, ສ່ວນໜຶ່ງແມ່ນຕອບສະໜອງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງນັກສຶກສາລາວ, ທາງສູນໄດ້ສົມທົບກັບຄະນະນັກສຶກສາລາວ ຈັດບຸນປີໃໝ່ລາວ ໃຫ້ນັກສຶກສາລາວໃນບໍລິເວນຮ່າໂນ້ຍ. ດ້ວຍຈຸດປະສົງແມ່ນຊ່ວຍໃຫ້ເຂົາເຈົ້າໄດ້ຕອນຮັບປີໃໝ່ຢ່າງອົບອຸ່ນ ແລະ ເບີກບານມ່ວນ ຊື່ ນທີ່ສຸດ.
TAG
VOV/VOVworld/ຫວຽດນາມ/ລາວ
Related
More








