ທິມ CIRAC ຂອງ ໄທ ແລະ ເຕັກໂນໂລຢີຜະລິດຈາກຢາງພະລາດສະຕິກເສດເຫຼືອຄືນໃໝ່ ເພື່ອການສ້າງພື້ນຖານເສດຖະກິດໝູນວຽນ
07/03/2021 06:00
(VOVWORLD) - ໂດຍເປັນໜຶ່ງໃນ 4 ທິມທີ່ໄດ້ຮັບໄຊຊະນະໃນການເສັງທົດສອບປະດິດຄິດສ້າງຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ (EPPIC) 2020 ໂດຍ ອົງການພັດທະນາ ສປຊ ສົມທົບກັບບັນດາປະເທດ ອາຊຽນ (UNDP) –ຈັດຕັ້ງຂຶ້ນຫວ່າງມໍ່ໆມານີ້, ທິມ CIRAC ຂອງ ໄທ ໄດ້ນຳສະເໜີເຕັກໂນໂລຢີໜຶ່ງທີ່ມີລັກສະນະບຸກທະລຸ. ນັ້ນແມ່ນ ເຕັກໂນໂລຢີຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ກາຍເປັນອາລູມີນຽມແລະ ນ້ຳມັນກາຊວນ. ເຖິງວ່າໂຄງການດັ່ງກ່າວກຳລັງຢູ່ໃນຂັ້ນຕອນທົດລອງກໍຕາມ ແຕ່ໄດ້ໃຫ້ໝາຍຜົນທີ່ມີຄວາມເປັນໄປໄດ້ພໍສົມຄວນ, ດ້ວຍສະມັດຕະພາບບຳບັດຖົງຫຸ້ມຫໍ່ snack 1000 ໂຕນ ເປັນ ອາລູມີນຽມ 200 ກິໂລກະຣາມ ຕໍ່ວັນ, ອັນໄດ້ປະກອບສ່ວນຫຼຸດຜ່ອນຢາງພະລາດສະຕິກເສດເຫຼືອ ແລະ ຊຸກຍູ້

ເຊີນທ່ານຮັບຟັງສຽງຂອງທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ຜູ້ກໍ່ຕັ້ງທິມ CIRAC. ດ້ວຍຄວາມຮູ້ທີ່ຮຽນມາໄດ້ຈາກພະແນກນ້ຳມັນອາຍແກັດ PPC, ມະຫາວິທະຍາໄລ ຈຸລາລົງກອນ ຂອງ ໄທ ແລະ ປະສົບການເຮັດວຽກໃນບໍລິສັດເຄມີ SCG, ທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ອາຍຸ 30 ປີ, ພ້ອມດ້ວຍເພື່ອນຄົນໜຶ່ງ ໄດ້ກໍ່ຕັ້ງທິມ CIRAC ຂຶ້ນມາ ເພື່ອຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຜະລິດຖົງຫຸ້ມຫໍ່ snack ຄືນໃໝ່ ໃຫ້ກາຍເປັນອາລູມີນຽມ ແລະ ນ້ຳມັນກາຊວນ ກ່ອນນີ້ສອງປີ. ປັດຈຸບັນ, ເຕັກໂນໂລຢີຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ເປັນ ອາລູມີນຽມ ໄດ້ຮັບການພັດທະນາຢ່າງສົມບູນແບບ ແລະ ພວມຢູ່ໃນໄລຍະທົດລອງຢູ່. ສ່ວນການຫັນປ່ຽນຖົງຫຸ້ມຫໍ່ snack ໃຫ້ເປັນ ນ້ຳມັນກາຊວນ ພວມຢູ່ໃນໄລຍະຄົ້ນຄວ້າ ແລະ ພັດທະນາ. ທ່ານປະລິນຍາເອກ ສີຂະລິນ ເຕມິຍະກຸນ ຜູ້ກໍ່ຕັ້ງທິມ CIRAC ແບ່ງປັນຕື່ມອີກວ່າ:
TAG
VOV/VOVworld/EPPIC 2020/CIRAC/ຢາງພະລາດສະຕິກເສດເຫຼືອ/ຖົງຫຸ້ມຫໍ່
Related
More








