VOV WorldVOV World
Vietnam Expo 2015 - ການຮ່ວມມືມູ່ງໄປເຖິງປະຊາຄົມ ອາຊຽນ 2015
04/05/2015 04:00
(vovworld)- ໃນ​ໄລ​ຍະ​ມໍ່ໆ​ມານີ້, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ອາ​ຊຽນ ແມ່ນ​ບັນ​ຫາບໍ່​ພຽງ​ແຕ່​ຫວຽດ​ນາມ ມີ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ
Vietnam Expo 2015 - ການຮ່ວມມືມູ່ງໄປເຖິງປະຊາຄົມ ອາຊຽນ 2015
(vovworld)- ໃນ​ໄລ​ຍະ​ມໍ່ໆ​ມານີ້, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ ອາ​ຊຽນ ແມ່ນ​ບັນ​ຫາບໍ່​ພຽງ​ແຕ່​ຫວຽດ​ນາມ ມີ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ ຫາກ​​ນັບ​ທັງບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນອາ​ຊຽນອີກ​ດ້ວຍ, ສິ່ງ​ດັ່ງກ່າວສະ​ແດງອອກ​ຜ່ານ​ເລື່ອງ ບັນ​ດາ​ປະ​ເທດ​ອາ​ຊຽນ ຕັ້ງ​ຫ​ນ້າຜັນ​ຂະ​ຫ​ຍາຍ​​ການ​ເຄື່ອນ​ໄຫວ​ກະ​ກຽມ​ສ້າງ​ຕັ້ງ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ປີ 2015. ເພື່ອ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ AEC, ຫວຽດ​ນາມ ໄດ້​ຊຸກ​ຍູ້​​ບັນ​ດາການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ສົ່ງ​ເສີມ​ການ​ລົງ​ທຶນຄື: ຈັດ​ຕັ້ງ​ບັນ​ດາ​ເວ​ທີ​ປາ​ໄສ, ງານ​ຕະ​ຫລາດ​ນັດ, ໂຄ​ສະ​ນາ. ຫວ່າງ​ແລ້ວນີ້, ງານ​ຕະ​ຫລາດ​ນັດ​ການ​ຄ້າ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 25 – Vietnam Expo 2015 ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ” ດຳ​ເນີນ​ໄປ​ແຕ່​ວັນ​ທີ 15-18/4/2015 ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຫລາຍ​ແຫ່ງ. ພິ​ທີ​ໄຂ​ງານ​ຕະ​ຫລາດ​ນັດ ພາບ:vov         ງານ​ຕະ​ຫລາດ​ນັດ ມີ​ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ 600 ກວ່າວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 28 ປະ​ເທດ ແລະ ເຂດ​ແຄ້ວນ ຄື: ລາວ, ໄທ, ຈີນ, ກູ​ບາ, ໄຕ້​ຫວັນ(ປະ​ເທດຈີນ), ສິງ​ກະ​ໂປ, ຫວຽດ​ນາມ… ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ງານ​ຕະ​ຫລາດນັດ ແມ່ນ​​ມີຫລາຍ​ຮູບ​ຫລາຍ​ແບບ, ຈາກ​ກົນ​ຈັກ, ອຸ​ປະ​ກອນ​ໄຟ​ຟ້າ, ເຄື່ອງ​ອາ​ໄຫຼ່​ຕະ​ຫລອດ​ຮອດ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບ​ຄົວ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ່ງ​ເສີມ​ສຸ​ຂະ​ພາບ, ບໍ​ລິ​ການ…         ງານ​ຕະ​ຫລາດນັດ​ຄັ້ງ​ນີ້ ແບ່ງ​ເປັນ 3 ເຂດ​ຄື: ​ເຂດ​​ວາງສະ​ແດງ​ຜະລິດ​ຕະພັນໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສົ່ງ​ເສີມ​ການ​ຄ້າ, ຫ​ນູນ​ຊ່ວຍ​ການ​ອອກ​ແບບ, ເຂດ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ຂອງ​ຫວຽດ​ນາມ ແລະ ສ​ເກົາ​ຫລີ ແລະ ພິ​ເສດ ແມ່ນ​ເຂດ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ແບບ​ພິ​ເສດ​ກັບ​ຫວຽດ​ນາມ​ຄື: ລາວ, ໄທ, ກຳ​ປຸ​ເຈຍ, ກູ​ບາ, ມຽນ​ມາ… ທ່ານ​ນາງ ຕັງ​ສີ​ຣີ​ໄພ​ບອນ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ fashions Kingkaew ປະ​ເທດ​ໄທ ແບ່ງ​ປັນ​ວ່າ:         ສຽງ​ທ່ານ​ນາງ         ຮ້ານ​ວາງ​ສະ​ແດງ​ເຄື່ອງເອ້​ປະ​ດັບ​ເຮັດ​ດ້ວຍ​ເງິນ, ຄຳຂອງ​ລາວ ແມ່ນ​ຮ້ານ​ທີ່​ດຶງ​ດູດ​ແຂກ​ເຂົ້າ​ຊົມ​ຫລາຍ​ສຸດ. ບໍ​ລິ​ສັດ​ຂາ​ເຂົ້າ​ຂາ​ອອກ​ເງິນ​ຄຳ Lao Gem&Jewwelry ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຫ​ນູນ​ຊ່ວຍ​ອອກ​ແບບ ແລະ ຊອກ​ຫາ​ຄູ່​ຄ້າ​ໃນ​ຂະ​ແຫນງ​ຜະ​ລິດ​ເຄື່ອງ​ເອ້​ປະ​ດັບແກ້ວ​ມາ​ນີ. ດ້ວຍ​ຜະ​ລິ​ດ​ຕະ​ພັນ​ນັບ​ຮ້ອຍໆ​ຢ່າງ ທີ່ມີ​ລາ​ຄາ ຈາກ 10 -200 USD, ບັນ​ດາ​ຜະ​ລິດ​ຕະ​ພັນ​ນີ້​ ມີ​ຄຸນ​ນະ​ພາບ​ດີ ແລະ ງາມ, ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ຂອງ​ຜູ້​ໃຊ້​ສອຍ. ທ່ານ ບຸນ​ປະ​ສົງ ມຸດທະ​ພາ, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ບໍ​ລິ​ສັດ ແບ່ງ​ປັນ​ວ່າ:         ສຽງທ່ານ​ບຸນ​ປ​ະ​ສົງ         ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ Vietnam Expo 2015 ລ້ວນ​ແຕ່​ປາດ​ຖະ​ຫ​ນາ​ວ່າ ນອກ​ຈາກ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ​ກົງ​ເຖິງ​ລູກ​ຄ້າ, ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ແລ້ວ, ຈະ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຫລາຍ​ສະ​ບັບ​ກັບ​ຄູ່​ຄ້າ, ເປີດກວ້າງ​ຕະ​ຫລາດ​ສົ່ງ​ອອກ, ໄດ້​ພົບ​ປະ, ຖອດ​ຖອ​ນ​ບົດ​ຮຽນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ມາ​ຈາກ​ຫລາຍ​ປະ​ເທດ. ທ່ານ​ນາງ ຟ້າມ​ທິ​ບີກງອກ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ Kona ຈຳ​ກັດ ໃຫ້​ຮູ້​ວ່າ:        
TAG
vovworld/ງານ​ຕະ​ຫລາດ​ນັດ

More