VOV – LNR: ຮ່ວມມືກັນພັດທະນາ ເພື່ອຕອບສະໜອງຄວາມຕ້ອງການດ້ານຖະແຫຼງຂ່າວ ລະຫວ່າງ ຫວຽດນາມ - ລາວ ນັບມື້ນັບມີປະສິດທິຜົນກວ່າເກົ່າ
12/12/2021 11:00
(VOVWORLD) -ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ (LNR) ແມ່ນຊ່ອງຖະແຫຼງຂ່າວຂ່າວສານຢ່າງເປັນທາງການທີ່ສຳຄັນໃນການປະຕິບັດນະໂຍບາຍຂອງພັກ, ລັດ. ແຕ່ດົນນານມາແລ້ວ, ວິທະຍຸກະຈາຍສຽງສອງປະເທດມີສາຍພົວພັນຢ່າງສະໜິດແໜ້ນ ແລະ ການຮ່ວມມືຮອບດ້ານ, ນັບທັງດ້ານເນື້ອໃນ, ເຕັກໂນໂລຢີ ກໍຄືການບຳລຸງສ້າງບຸກຄະລາກອນ. ໃນຫຼາຍປີມານີ້, VOV ໄດ້ປະຕິບັດການຮ່ວມມືແລກປ່ຽນລາຍການກະຈາຍສຽງ, ໜູນຊ່ວຍການພັດທະນາຂອງ LNR ແນໃສ່ຊ່ວຍຜູ້ຟັງສອງປະເທດສາມາດສຳຜັດກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ, ຫຼາຍຮູບຫຼາຍແບບ, ປະກອບສ່ວນຊຸກຍູ້ການພັດທະນາຢູ່ແຕ່ລະປະເທດ.

ໃນປາງສົງຄາມເມື່ອກ່ອນນີ້, ຫວຽດນາມ ແລະ ລາວ ໄດ້ຊ່ວຍເຫຼືອກັນຢ່າງສຸດຈິດສຸດໃຈ, ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອແນໃສ່ຍາດເອົາເອກະລາດມາໃຫ້ແຕ່ປະເທດ. ພາຍຫຼັງທີ່ສອງປະເທດຍາດໄດ້ຮັບເອກະລາດ, ການພົວພັນລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງ VOV ກັບ LNR ເວົ້າສະເພາະ ນັບມື້ນັບໄດ້ຮັບການປັບປຸງ. ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ແບ່ງປັນວ່າ:
TAG
VOV/VOVworld/VOV/LNR/ວິທະຍຸກະຈາຍສຽງ ຫວຽດນາມ/ວິທະຍຸກະຈາຍສຽງແຫ່ງຊາດ ລາວ/ຊ່ວຍເຫຼືອ
Related
More








