VOV WorldVOV World
ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ
17/10/2021 08:00
(VOVWORLD) -ເມື່ອກ້າວຂຶ້ນເງີບຫີນຢູ່ກາງຟ້າ, ມີລົມພັດມາຢ່າງແຮງ, ອາກາດໜາວຫຼາຍ, ຂ້າພະເຈົ້າເບິ່ງທ້ອງຟ້າທີ່ມີໝອກຂາວປົກຄຸມໄປທົ່ວຈົນເຮັດໃຫ້ພວກຂ້າພະເຈົ້າຫ່າງກັນແຕ່ 3 ແມັດ ແຕ່ກໍບໍ່ເຫັນກັນເລີຍ. ຂ້າພະເຈົ້າຄິດວ່າ ການບຸກໂຈມຕີຄັ້ງນີ້ ທີໜຶ່ງແມ່ນຕ້ອງຍາດໄດ້ໄຊຊະນະ, ທີສອງແມ່ນບໍ່ມີວັນກັບຄືນເມືອເລີຍ. ກອງຮ້ອຍຂອງສັດຕູມີເຖິງ 52 ຄົນ, ແຕ່ພວກຂ້າພະເຈົ້າມີແຕ່ 6 ຄົນ. ເຖິງວ່າແມ່ນເຂດນ້ອຍໆກໍຕາມ ແຕ່ເປັນສະຖານທີ່ທຸລະກັນດານອັນຕະລາຍທີ່ສຸດ. ສະນັ້ນ ພວກສັດຕູຈຶ່ງທ້າທັງກອງພັນໃຫຍ່ 2000 ຄົນ ເພາະວ່າມັນແມ່ນພູມີສັນຖານພຽງໜຶ່ງດຽວ”.
ວິ​ລະ​ກຳສູ້ຮົບ​ຂອງວິ​ລະ​ຊົນ ຟ້າມ​ມິງ​ຢ໊າມ ຢູ່​ທົ່ງ​ໄຫ​ຫີນ​ ຊຽງ​ຂວາງ
  ຖ້າເລົ່າ ເລື່ອງ ລາວ ກ່ຽວກ ັບ ນັກ ຮົບ ອາ ສາ ສະ ໝັກ ຫວຽດ ນາມ ຢູ່ ລາວ , ຄວາມ ສາ ມັກ ຄີ ໃນ ການ ຮ່ວມ ສຳ ພັນ ສູ້ ຮົບລະ ຫວ່າງ ຫວຽດ ນາມ - ລາວ ແມ່ນ ບໍ່ ມີ ວັນ ສິ້ນ ສຸດ . ບັນ ດ າ ເລື່ອງ ລາ ວ ເຫຼົ່າ ນັ້ນ ໄດ້ ປະ ກອບ ສ່ວນ ສ້າງເປັນ ໜ້າ ປະ ຫວັດ ສາດ ອັນ ສະ ຫງ່າ ລາ ສີ ແລະ ມູນ ເຊື້ອ ສາຍ ພົວ ພັນ ໄມ ຕີ ຈິດ ມິດ ຕະ ພາບ ອັນ ຍິ່ງ ໃຫຍ່ ລະ ຫວ່າງ ປະ ຊາ ຊົນ ສອງ ປະ ເທດ . ເນື່ອງ ໃນ ໂອ ກາດ ສະ ເຫຼີມ ສະຫຼອງວັນມູນ ເຊື້ອນັກ ຮົບອາ ສາ ສະ ໝັກ ແລະ ນັກ ຊ່ຽວ ຊານ ຫວຽດ ນາມ ຊ່ວຍ ເຫຼືອ ລາວ ຄົບ ຮອບ 72 ປີ ຄື ວັນ ທີ 30/10/1949 – 30/10/2021, ພວກ ຂ້າ ພະ ເຈົ້າ ຂໍແນະ ນຳມາ ຍັງ ທ່ານ ຜູ້ ຟັງ, ຜູ້ອ່ານ ທຸກໆ ທ່ານ ທະ ຫານ ດັກ ກົງ ດ້ວຍ ຜ ົນ ງານ ທີ່ດ ັງ ກ້ອງ ກັງ ວານ ຢູ່ ທົ່ງ ໄຫ ຫີນ ຊຽງ ຂວາງ ສະ ໄໝ ຕ້ານ ຈັກ ກະ ພັດ ອາ ເມລິ ກາ - ນັກ ວິ ລະ ຊົນ ຟ້າມ ມິງຢ໊າມ ຜູ້ ດຽວ ທີ່ໄດ້ ຕີ ປະ ລາ ໄຊ ສັດ ຕູ ທັງ ກອງ ຮ້ອຍ . ນັກ ວິ ລະ ຊົນທ່ານ ນີ້ ໄດ້ ຮັບ ນາມ ມະ ຍົດ ນັກຮົບ ວິ ລະ ຊົນ ກຳ ລັງ ປະ ກອບ ອາ ວຸດ ປະ ຊາ ຊົນ ຈາກ ປະ ທານ ປະ ເທດ ຫວຽດ ນາມ ເມື່ອ ປີ 2018. “ ຖານ ທີ່ ໝັ້ນ 1433 ແມ່ນ ສະ ຖານ ທີ່ ທີ່ຫວາດ ສຽວຫຼາຍ , ມັນ ເປັນ ພູ ຜາ ຫີນ ທີ່ ສູງ ຊັນ , ຕ້ອງ ປີນຂັ້ນ ໄດ ໄມ້ ໄຜ່ ຈຶ່ງ ຂຶ້ນ ໄປ ໄດ້ . ປີກ ໂຈມ ຕີຂຶ້ນ ໄປ 3 ຄົນ , ແຕ່ ມີ ສອງ ຄົນ ເສຍ ຊີ ວິດ , ຍັງ ເຫຼືອ ແຕ່ ສະຫາຍຢ໊າມ ຄົນ ດຽວ ທີ່ ຕີ ປະ ລາ ໄຊ ສັດຕູ ທັງ ກອງ ຮ້ອ ຍ . ຫຼັງ ຈາກ ນັ້ນ , ສະຫາຍ ໄດ້ ສົ່ງ ສົບ ຂອງ ເພື່ອນ ຮ່ວມ ກົມ ກອງ ສອງ ຄົນ ນັ້ນ ລົງ ຕີນ ພູ ແລ້ວນຳ ໄປ ຝັງ . ຊຸມ ປີ ມໍ່ ໆ ມາ ນີ້ , ສະຫາຍ ເອງ ເປັນ ຜູ້ ທີ່ ກັບ ມາ ສະ ໜາມ ຮົບ ແຫ່ງ ດັ່ງຫ່າວ ແລ້ວ ນຳ ເອົາ ອັດ ຖິ ຂອງ ສອງ ສະຫາຍຮ່ວມກົມກອງ ນັ້ນ ກັບ ເມືອ ບ້ານ ເກີດ ເມືອງນອນ . ຖ້າ ຫາກວ່າ ບໍ່ ມີສະຫາຍຢ໊າມ ອັດ ຖິ ຂອງ ເພື່ອນ ຮ່ວມ ກົມ ກອງ ສອງ ຄົນ ນັ້ນ ກໍ ຊອກ ບໍ່ເຫັນ ”. ນັ້ນແມ່ນຄຳແບ່ງປັນຂອງນັກຮົບເກົ່າ ບຸ່ຍມິງເຊີນ ກ່ຽວກັບເພື່ອນຮ່ວມກົມກອງຂອງຕົນ - ນັກຮົບວິລະຊົນ ຟ້າມມິງຢ໊າມ, ຫົວໜ້າໝວດກອງຮ້ອຍດັກກົງ c24, ກອງພັນໃຫຍ່ 866 ດ້ວຍຜົນງານອັນເລີດລ້ຳລືຊາ ຄົນດຽວຕີປະລາໄຊກອງຮ້ອຍສັດຕູຢູ່ ຖານທີ່ໝັ້ນ 1433. ນີ້ແມ່ນໜຶ່ງໃນບັນດາບັ້ນຕໍ່ສູ້ຫຼັກແຫຼ່ງແກ່ນສານຂອງບັ້ນຮົບ Z (12/1971 – 4/1972) ເພື່ອແນໃສ່ສ້າງເງື່ອນໄຂສະດວກ ແລະ ເປີດຊ່ອງທາງໃໝ່ບຸກໂຈມຕີເຂົ້າຖານທີ່ໝັ້ນ ລອງແຈ້ງ - ເມືອງເອກຂອງສັດຕູ ເຊິ່ງເປັນບ່ອນທີ່ສັດຕູຍາມໃດກໍຖືວ່າ “ເຂດດິນແດນທີ່ສັກສິດບໍ່ສາມາດແຕະຕ້ອງໄດ້, ທະຫານ ຫວຽດນາມ ບໍ່ສາມາດບຸກໂຈມຕີເຂົ້າໄດ້”. ນີ້ກໍແມ່ນໜຶ່ງໃນບັນດາບັ້ນຮົບ ເຊິ່ງນັກຮົບວິລະຊົນ ຟ້າມມິງຢ໊າມ ບັນລຸໄດ້ຜົນງານທີ່ພົ້ນເດັ່ນ. ນັກ ວິ ລະ ຊົນ ຟ້າມ ມິງຢ໊າມ ຜູ້ ດຽວ ທີ່ໄດ້ ຕີ ປະ ລາ ໄຊ ສັດ ຕູ ທັງ ກອງ ຮ້ອຍ 
TAG
VOV/VOVworld/ວິ​ລະ​ຊົນ ຟ້າມ​ມິງ​ຢາມ/ທົ່ງ​ໄຫ່​ຫີນ/ຈັກ​ກະ​ພັດ​ອາ​ເມ​ລິ​ກາ/ຖານທີ່ໝັ້ນ 1433

More