ວົງດົນຕີ Gamelan ຂອງ ອິນໂດເນເຊຍ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ
20/03/2022 16:00
(VOVWORLD) -ອິນໂດເນເຊຍ ແມ່ນປະເທດທີ່ມີດົນຕີພື້ນເມືອງຫຼາກຫຼາຍຊະນິດ. ໜຶ່ງໃນນັ້ນ ແມ່ນ ວົງດົນຕີ ຢາເມີລານ (Gamelan) ທີ່ມີຊື່ສຽງ, ເຊິ່ງຫາກໍໄດ້ຮັບການຮັບຮອງຈາກອົງການ ຢູແນັດສໂກ ວ່າ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ. ຕໍ່ໄປເຊີນທ່ານພ້ອມກັບ ເຮືອງຈ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ ໄປຊອກຮູ້ກ່ຽວກັບດົນຕີຊະນິດນີ້.

ນີ້ແມ່ນສຽງດົນຕີພື້ນເມືອງຈາກວົງດົນຕີ ຢາເມີລານ ຂອງ ອິນໂດເນເຊຍ. ວົງດົນຕີ ຢາເມີລານ ລວມມີດົນຕີຫຼາຍຊະນິດຄື ກອງ, ຄ້ອງ, ຂຸ່ຍ, ເຄື່ອງຕີ, ສະຕຣິງ (ດົນຕີປະເພດມີສາຍ) ແລະ ເຄື່ອງດົນຕີຊະນິດອື່ນໆ. ດ້ວຍຄວາມຄ່ອງແຄ້ວຂອງຜູ້ຫຼີ້ນ ທີ່ໄດ້ເຮັດໃຫ້ສຽງຂອງເຄື່ອງດົນຕີທັງໝົດເຫຼົ່ານັ້ນປະສານເຂົ້າກັນ ແລ້ວສ້າງເປັນຜົນງານທີ່ເປັນເອກະລັກສະເພາະ. Listiana ນັກສິລະປະກອນຂອງຄອບຄົວທີ່ມີສະມາຊິກ 3 ລຸ້ນໄດ້ຫຼີ້ນວົງດົນຕີ ຢາເມີລານ ຢູ່ນະຄອນ Yogyakarta ພາກກາງ Java ຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ: “ວົງດົນຕີ ຢາເມີລານ ໄດ້ຮັບການພັດທະນາຕາມການເວລາ, ສາມາດສົມທົບກັບເຄື່ອງດົນຕີຊະນິດອື່ນໆໄດ້ຫຼາຍຊະນິດ. ດົນຕີຂອງ ຢາເມີລານ ຢູ່ແຕ່ລະເຂດພາກ ກໍຈະມີຄວາມແຕກຕ່າງກັນ. ຕົວຢ່າງຄືຢູ່ Java ມັກຈະມີຈັງຫວະທີ່ຊ້າກວ່າ , ຟັງແລ້ວຮູ້ສຶກວ່າເລິກ ຊື້ງ , ໃນຂະນະນັ້ນ ຈັງຫວະ ຢາເມີລານ ຢູ່ Bali ພັດໄວກວ່າ, ຂະຫຍັນຂັນເຄື່ອນ ແລະ ມ່ວນຊື່ນກວ່າ, ສ່ວນຈັງຫວະ ຢາເມີລານ ຢູ່ Lombok ແລະ Madura ນຳໃຊ້ສຽງຂຸ່ຍຫຼາຍກວ່າ. ຢາເມີລານ ອາດຈະຫຼີ້ນໂດຍນັກສິລະປິນຄົນດຽວ ຫຼື ຫຼາຍຄົນກໍໄດ້”.
TAG
VOV/VOVworld/ຢາເມີລານ/ດົນຕີ/ອິນໂດເນເຊຍ/ມໍລະດົກ
Related
More








