45 ປີ ແຫ່ງການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ
20/09/2018 09:15
(VOVWORLD) -ວັນທີ 21 ກັນຍາ ແມ່ນວັນສະເຫຼີມສະຫຼອງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່່ປຸ່ນ ຢ່າງເປັນທາງການ ຄົບຮອບ 45 ປີ. 45 ປີຜ່ານມາ, ຫວຽດນາມ ແລະ ຍີ່ປຸ່ນ ນັບມື້ນັບກາຍເປັນຄູ່ຮ່ວມມືສໍາຄັນຂອງກັນໃນຫຼາຍຂົງເຂດ. ພິເສດ, ນັບແຕ່ເມື່ອສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນ ອາຊີ” ເມື່ອເດືອນ ມີນາ 2014, ໄດ້ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ມີບາດກ້າວພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ.

ການພົວພັນຮ່ວມມື, ມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີງາມທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ. 25 ປີມານີ້, ການຮ່ວມມືລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນຫຼາຍຂົງເຂດຄື ການເມືອງ, ການຕ່າງປະເທດ, ເສດຖະກິດ, ວັດທະນະທໍາ... ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ. ໃນນັ້ນ, ການພົວພັນດ້ານການເມືອງ ແມ່ນກໍາລັງໜູນ, ການພົວພັນດ້ານເສດຖະກິດແມ່ນເສົາຄໍ້າ, ສ່ວນການພົວພັນດ້ານວັດທະນະທໍາແມ່ນພື້ນຖານ.
TAG
VOV/VOVworld/ຫວຽດນາມ/ຍີ່ປຸ່ນ/ຜົນສັກສິດ/ເລິກເຊິ່ງກວ້າງຂວາງ
Related
More







