VOV WorldVOV World
50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ: ຄຸນຄ່າຂອງເອກະສານປະຫວັດສາດ
22/04/2019 09:06
(VOVWORLD) - ບັນດາຄຳບອກເຕືອນ ແລະ ຄວາມມຸ່ງຫວັງຂອງປະທານ ໂຮ່ຈີມິນ ໃນບົດພິໄນກຳ ແມ່ນແນວຄິດກ່ຽວກັບການກໍ່ສ້າງພັກກຳອຳນາດໂປ່ງໃສ, ໝັ້ນຄົງເຂັ້ມແຂງ.
50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ: ຄຸນຄ່າຂອງເອກະສານປະຫວັດສາດ
ປີ 2019 ແມ່ນປີ ຫວຽດນາມ ປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ ຄົບຮອບ 50 ປີ. ຄຳພິໄນກຳ ແມ່ນເອກະສານປະຫວັດສາດອັນປະເສີດເລີດລ້ຳ, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຢ່າງເລິກເຊິ່ງ ກ່ຽວກັບກິພາລະກິດປະຕິວັດອັນສະຫງ່າລາສີຂອງພັກ ແລະ ຂອງຊາດ ຫວຽດນາມ, ແມ່ນການອອກແບບທິດສະດີກ່ຽວກັບການປ່ຽນແປງໃໝ່ ແລະ ພັດທະນາ, ການຄາດຄະເນໃນອະນາຄົດຂອງປະເທດຊາດ ພາຍຫລັງການປະຕິວັດໄດ້ຮັບໄຊຊະນະຢ່າງສີ້ນເຊີງ ກ້າວເຂົ້າສູ່ການສ້າງສາ ແລະ ພັດທະນາ. 50 ປີແຫ່ງການປະຕິບັດຄຳພິໄນກຳຂອງປະທານ ໂຮ່ຈີມິນ, ປະເທດຊາດ ຫວຽດນາມ ກໍ່ຍາດໄດ້ຜົນງານສຳຄັນຫລາຍຢ່າງທີ່ເປັນໜ້າເອກອ້າງທະນົງໃຈ.  ປະທານ ໂຮ່ຈີມິນ (ພາບປະກອບ/TTXVN)
TAG
VOV/VOVworld/ຄຳພິໄນກຳ/ປະທານ ໂຮ່ຈີມິນ/ເອກະສານປະຫວັດສາດ

More