ອາເມລິກາ - ຈີນມານະພະຍາຍາມຮັກສາການພົວພັນເປັນປົກກະຕິ, ຄວບຄຸມການແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ
15/11/2023 09:16
(VOVWORLD) - ໃນຂອບເຂດກອງປະຊຸມບັນດາການນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 15 - 17 ພະຈິກຢູ່ San Francisco (ອາເມລິກາ), ວັນທີ 15 ພະຈິກ, ທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ ພົບປະກັບທ່ານປະທານປະເທດຈີນສີຈິ້ນຜິງ. ນີ້ແມ່ນເຫດການສຳຄັນ, ອາດຈະຊ່ວຍສອງປະເທດມະຫາອຳນາດຮັກສາການພົວພັນເປັນປົກກະຕິພາຍຫຼັງປະສົບກັບ ສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍຢ່າງ, ມຸ່ງໄປເຖິງອະນາຄົດທີ່ແກ້ງແຍ້ງກັນຢ່າງມີຄວາມຮັບຜິດຊອບ.

ທ່ານ ປະ ທານ ປະ ເທດ ຈີນ ສີ ຈິ້ນ ຜິງ ແລະ ທ່ານ ປະ ທາ ນາ ທິ ບໍ ດີ ອາ ເມ ລິ ກາ Joe Biden (ພາບ: TTXVN) ການພົບປະກັນລະຫວ່າງທານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈິນຜິງ ຢູ່ San Francisco ນີ້ເປັນຄັ້ງທີ 2 ທີ່ການນຳສອງປະເທດ ມະຫາອຳນາດເສດຖະກິດໃຫຍ່ທີ່ສຸດໃນໂລກ ພົບປະກັນແບບເຊິ່ງໜ້າ, ພາຍຫຼັງການພົບປະຄັ້ງທຳອິດ ຢູ່ ບາລີ (ປະເທດ ອິນໂດເນເຊຍ) ເນື່ອງໃນໂອກາດກອງປະຊຸມສຸດຍອດ G 20 ທີ່ໄດ້ດຳເນີນໃນເດືອນພະຈິກປີ 2022. ໃນສະພາບການພົວພັນ ອາເມລິກາ - ຈີນ ພວມຜ່ານຜ່າໄລຍະຫຍຸ້ງຍາກທີ່ສຸດໃນ ຊຸມທົດສະວັດມໍ່ໆມານີ້, ການພົບປະກັນຢູ່ San Francisco ໄດ້ຖືກຕັ້ງຄວາມຫວັງວ່າ ສອງປະເທດ ຈະຫຼຸດຜ່ອນຄວາມເຄັ່ງຕຶງ, ຮັກສາການພົວພັນເປັນປົກກະຕິ, ສ້າງວິທີການສຳຜັດໃໝ່ເພື່ອຄວບຄຸມການພົວພັນສອງຝ່າຍສຳຄັນທີ່ສຸດໃນໂລກປັດຈຸບັນ ຢ່າງມີຄວາມຮັບຜິດຊອບ.
TAG
VOV/VOVworld/ການພົວພັນ/ຫວຽດນາມ/ລາວ
Related
More








