VOV WorldVOV World
​ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຝ່າຍ​ດຽວ​ ໃນ​ບັນ​ຫາ​ນິວ​ເຄຼຍ ອີ​ຣານ
28/08/2020 09:25
(VOVWORLD) -ໃນຊຸມວັນທ້າຍເດືອນ ສິງຫາ ນີ້, ສຳເນົາເອກະສານນິວເຄຼຍ ອີຣານ ອີກຄັ້ງໜຶ່ງໄດ້ກາຍເປັນຫົວເລື່ອງທີ່ດຶງດູດຄວາມສົນໃຈຈາກຫາງສຽງສາກົນ. ສາຍເຫດແມ່ນ ບໍ່ພຽງແຕ່ເກີດມາຈາກການໄປຢ້ຽມຢາມ ອີຣານ ຂອງທ່ານ Rafael Mariano Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ເທົ່ານັ້ນ ເຊິ່ງຕົ້ນຕໍແມ່ນມາຈາກບັ້ນເພີ່ມກຳລັງກົດດັນພຽງລຳພັງຝ່າຍດຽວຄັ້ງໃໝ່ຂອງ ອາເມລິກາ ເພື່ອແນໃສ່ປະເທດອິດສະລາມນີ້.
          ຈຸດສູງຂອງບັນຫາດັ່ງກ່າວ ແມ່ນໃນວັນທີ 20 ສິງຫາ ຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ໄປສົ່ງຈົດໝາຍຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງເລີ່ມເຄື່ອນໄຫວ “ຂັ້ນຕອນຕ່າວປີ້ນ” (Snapback) ຢູ່ສຳນັກງານສະຫະປະຊາຊາດທີ່ ນິວຢອກ ແນໃສ່ຈັດວາງບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຕ້ານ ອີຣານ ຄືນໃໝ່ ດ້ວຍຄຳກ່າວຫາວ່າ ເຕເຮຣານ ບໍ່ເຄົາລົບບັນດາຄຳໝັ້ນສັນຍາກ່ຽວກັບບັນຫານິວເຄຼຍ, ເຊິ່ງແມ່ນບາດກ້າວເດີນອາດຈະເຮັດໃຫ້ຂໍ້ຕົກລົງນິວເຄຼຍ ເຊິ່ງໄດ້ລົງນາມໃນປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1 ຫຼື ຍັງເອີ້ນວ່າ ໂຄງການດຳເນີນງານຮ່ວມຮອບດ້ານ (JCPOA) ລົ້ມລະລາຍ.
TAG
VOV/VOVworld/ອີີ​ຣານ/ນິວ​ເຄຼຍ/ອາ​ເມ​ລິ​ກາ/P5+1/JCPOA