VOV WorldVOV World
ອາ​ເມ​ລິ​ກາ ​ແລະ WTO: ຂໍ້​ຕິດ​ຂັດ​ທີ່​ຍັງ​ບໍ່​ທັນ​​​ແກ້​ໄຂໄດ້
15/08/2019 07:32
(VOVWORLD) - ເລື່ອງ ອາເມລິກາ ຖອນຕົວອອກຈາກອົງການການຄ້າໂລກ (WTO) ທ່ານປະທານາທິບໍດີ Donald Trump ໄດ້ຍົກອອກມາຢໍ້າຄືນອີກຄັ້ງໜຶ່ງ ເມື່ອກ່າວຄໍາເຫັນທີ່ບັ້ນຫາສຽງເລືອກຕັ້ງຢູ່ລັດ Pensylvania ໃນວັນທີ 13 ສິງຫາ ຜ່ານມາ. ນີ້ບໍ່ພຽງແຕ່ແມ່ນຄັ້ງທໍາອິດ ທີ່ຜູ້ນໍາໜ້າທໍານຽບຂາວ ໄດ້ຖະແຫຼງຄືດັ່ງກ່າວ ແຕ່ໃນສະພາບການທີ່ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນກັບຄືນສູ່ສະພາບເປັນປົກກະຕິ, ການຂັດແຍ້ງໃນການພົວພັນດ້ານການຄ້າ ລະຫວ່າງ ຍີ່ປຸ່ນ - ສ. ເກົາຫຼີ ຍັງບໍ່ມີທິດທາງແກ້ໄຂເທື່ອ ຖະແຫຼງການຂອງທ່ານ Donald Trump ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ.
ອາ​ເມ​ລິ​ກາ ​ແລະ WTO: ຂໍ້​ຕິດ​ຂັດ​ທີ່​ຍັງ​ບໍ່​ທັນ​​​ແກ້​ໄຂໄດ້
ເລື່ອງທ່ານ Donald Trump ນາບຂູ່ວ່າ ອາເມລິກາ ຈະຖອນຕົວອອກຈາກອົງການ WTO ແມ່ນເຄີຍໄດ້ຖະແຫຼງ ພາຍຫຼັງຂຶ້ນກໍາອໍານາດແຕ່ຕົ້ນປີ 2017 ໃນທັນທີ. ໃນຂະນະນັ້ນ, ຜູ້ນໍາໜ້າທໍານຽບຂາວ ໄດ້ສະແດງໃຫ້ເຫັນຄວາມຜິດຫວັງຕໍ່ອົງການ WTO - ເຊິ່ງເປັນອົງການວາງອອກມາດຕະການ ແລະ ຫຼັກການຕ່າງໆ ທີ່ມີຜົນສະທ້ອນເຖິງບັນດາສັນຍາການຄ້າສາກົນ ແລະ ໄດ້ຮັບຖືວ່າ ແມ່ນຄົນກາງໄກ່ເກ່ຍບັນດາການຂັດແຍ້ງດ້ານການຄ້າ. ໃນໄລຍະທີ່ຍັງເປັນຜູ້ອອກສະໝັກເລືອກຕັ້ງເປັນປະທານາທິບໍດີ, ທ່ານ Donald Trump ກໍໄດ້ອອກສຽງຕໍາໜິຕິຕຽນ WTO ວ່າ ແມ່ນ “ໄພພິບັດ”, ໂດຍຖືວ່າ ອາເມລິກາ ຖືກການປະພຶດຕໍ່ຢ່່າງບໍ່ຍຸຕິທໍາ” ໃນບັນດາການຂັດແຍ້ງດ້ານການຄ້າ ຢູ່ WTO.
TAG
VOV/VOVworld/WTO/ອາເມລິກາ/ຖອນຕົວ/ການຄ້າ/ພິພາກສາ