ອາຊຽນ-ແບບຢ່າງການຮ່ວມມືທີ່ປະສົບຜົນສຳເລັດໃນພາກພື້ນ
07/08/2020 08:52
(VOVWORLD) -ວັນທີ 8 ສິງຫາປີ 2020, ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດການສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ. ຜ່ານເຄິ່ງສັດຕະວັດທີ່ຜ່ານມາ, ອາຊຽນ ໄດ້ສ້າງພາກພື້ນໃຫ້ມີສະຖຽນລະພາບ, ວັດທະນາຖາວອນ ແລະ ສັນຕິພາບ, ກາຍເປັນແບບຢ່າງທີ່ປະສົບຜົນສຳເລັດ ໃນການຮ່ວມມືໃນພາກພື້ນ. ປະກອບສ່ວນເຂົ້າໃນຜົນສຳເລັດລວມນີ້, ແມ່ນຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກອາຊຽນ, ໃນນັ້ນ ຫວຽດນາມ ນັບມື້ນັບພົ້ນເດັ່ນຂຶ້ນ ແມ່ນປະເທດທີ່ມີບົດບາດນຳພາ.
ພິທີຊັກທຸງອາຊຽນ (ພາບ: nhandan.com.vn ) ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 8 ສິງຫາປີ 1967 ດ້ວຍ 5 ປະເທດສະມາຊິກໃນເບື້ອງຕົ້ນ ແລະ ຄ່ອຍໆພັດທະນາເປັນອົງການຮ່ວມມືຮອບດ້ານ, ແໜ້ນແຟ້ນ ລວມມີ 10 ປະເທດສະມາຊິກ.
TAG
VOV/VOVworld/ອາຊຽນ/ແບບຢ່າງ/ປະສົບຜົນສຳເລັດ/ພາກພື້ນ/ຟ້າມບິນມິນ
Related








