ຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ປີ 2023: ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ
02/11/2023 06:00
(VOVWORLD) -ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມຊຸດທິ XIII ພວມດຳເນີນຢູ່ ຮ່າໂນ້ຍ, ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ພ້ອມກັບຮ່າງກົດໝາຍອື່ນ 8 ສະບັບ ພວມໄດ້ຮັບການພິຈາລະນາຮັບຮອງເອົາ ດ້ວຍຫລາຍຈຸດໃຫມ່. ເລື່ອງປັບປຸງກົດໝາຍແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການປ່ຽນແປງໃຫມ່ນະໂຍບາຍທີ່ດິນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳທີ່ໄດ້ວາງອອກ.

ກອງປະຊຸມເທື່ອທີ 6 ສະພາແຫ່ງໍຊາດ ຫວຽດນາມຊຸດທີ XV ພວມດຳເນີນຢູ່ ຮ່າໂນ້ຍ. (ພາບ:Quochoi.vn) ພາຍຫລັງ 10 ປີແຫ່ງການປະຕິບັດ, ກົດໝາຍວ່າດ້ວຍທີ່ດິນ ປີ 2013 ໄດ້ນຳມາເຊິ່ງປະສິດທິຜົນຕັ້ງຫນ້າໃນການຄຸ້ມຄອງ ແລະນຳໃຊ້ທີ່ດິນ. ເຖິງຢ່າງໃດກໍຕາມ, ຕໍ່ຫນ້າການພັດທະນາຢ່າງກະໂດດຂັ້ນຂອງພື້ນຖານເສດຖະກິດເຊື່ອມໂຍງ, ການປະຕິວັດອຸດສາຫະກຳ 4.0, ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໄດ້ສ້າງບັນດາຂໍ້ກຳນົດລະອຽດແລະ ຈະແຈ້ງກວ່າ ດ້ວຍຫລາຍຈຸດໃຫມ່ຄື: ກຳນົດກ່ຽວກັບການຊົດເຊີຍ, ຫນູນຊ່ວຍ, ຕັ້ງຖິ່ນຖານຄົງທີ່ຄືນໃຫມ່, ຖອນຄືນທີ່ດິນ ເພື່ອຈຸດປະສົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ ສັງຄົມ ເພື່ອຜົນປະໂຫຍດແຫ່ງຊາດ, ສາທາລະນະ, ກົນໄກກຳນົດລາຄາທີ່ດິນຕາມຫລັກການຂອງຕະຫລາດ; ກົນໄກນະໂຍບາຍການເງິນກ່ຽວກັບທີ່ດິນ, ກົນໄກຄຸ້ມຄອງທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍເວົ້າລວມ…
TAG
VOV/VOVworld/ຮ່າງກົດໝາຍວ່າດ້ວຍທີ່ດິນ/ກຳນົດລາຄາທີ່ດິນຄືນ
Related
More








