ອາຊຽນ ແລະ ຫວຽດນາມ: ສືບຕໍ່ສ້າງຜົນສຳເລັດໃນການປະຕິວັດອຸດສາຫະກຳ 4.0
13/09/2018 09:16
(VOVWORLD) -ເສດຖະກິດທົ່ວໂລກ ແລະ ພາກພື້ນ ເວົ້າສະເພາະ ພວມ ມີການຜັນປ່ຽນສົ່ງຜົນກະທົບບໍ່ດີເຖິງເສດຖະກິດຂອງບັນດາປະເທດອາຊຽນ. ເຖິງຢ່າງໃດກໍຕາມ ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບ ພ້ອມກັບຄວາມສ່ຽງ, ບັນດາຜູ້ຊ່ຽວຊານເສດຖະກິດຢູ່ກອງປະຊຸມເວທີປາໄສ WEF ASEAN ໄດ້ໃຫ້ຂໍ້ສັງເກດວ່າ: ອາຊຽນ ຍັງຄົງປະສົບຜົນສຳເລັດໃນເລື່ອງຊອກຫາກາລະໂອກາດໃນຂະນະທີ່ຍັງປະສົບກັບສິ່ງທ້າທາຍ, ພ້ອມແລ້ວທີ່ຈະກຳແຫນ້ນບັນດາກາລະໂອກາດ ໂດຍອີງໃສ່ທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອມຸ່ງໄປເຖິງການເຕີບໂຕເປັນປົກກະຕິ ແລະ ຍືນຍົງ.

ພາບປະກອບ ພາກພື້ນ ອາຊຽນ ພວມແມ່ນຈຸດເດັ່ນກ່ຽວກັບການເຕີບໂຕເສດຖະກິດໃນທົ່ວໂລກ. ໃນສະພາວະການປະຕິວັດອຸດສາຫະກຳ 4.0 ເປີດກວ້າງຂອບຂະຫນາດ ພ້ອມກັນນັ້ນ ສະພາບແວດລ້ອມດ້ານພູມສາດການເມືອງພວມມີການປ່ຽນແປງຢ່າງວ່ອງໄວ, ແຕ່ລະປະເທດສະມາຊິກ ອາຊຽນ ໃນນັ້ນ ມີຫວຽດນາມ ໄດ້ມີບັນດາໂຄງການໃຫຍ່ເພື່ອຜັນຂະຫຍາຍ, ກຳແຫນ້ນທ່າອ່ຽງເພື່ອປັບຕົວໃຫ້ແທດເໝາະ.
TAG
VOV/VOVworld/ລະດັບເຕີບໂຕ/ອັດສະລິຍະ
Related
More







