VOV WorldVOV World
ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ.
30/04/2020 17:00
(VOVWORLD) - ວັນທີ 30 ເມສາ ທົ່ວປວງຊົນທັງຊາດຫວຽດນາມ ມີຄວາມເບີກບານມ່ວນຊື່ນສະເຫຼີມສະຫຼອງ 45 ປີ ແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020). ເຫດການປະຫວັດສາດກ່ອນນີ້ 45 ປີ ໄດ້ເປີດໜ້າປະຫວັດສາດໃໝ່ໃນປະຫວັດສາດຂອງຊາດຫວຽດນາມ. ນັບແຕ່ນັ້ນມາ, ແມ່ນໍ້າລຳເຊ, ພູຜາປ່າດົງໄດ້ ໂຮມເຂົ້າກັນເປັນໜຶ່ງດຽວ, ປະຊາຊົນຫວຽດນາມສາມັກຄີກັນເປັນຈິດໜຶ່ງໃຈດຽວ ພ້ອມກັນສ້າງສາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າເກົ່າ.
ໄຊ​ຊະ​ນະ​ໃນ​ວັນ​ທີ 30 ເມ​ສາ ແລະ​​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ.
ມະຫາໄຊລະດູບານໃໝ່ປີ 1975 ແມ່ນໜ້າປະຫວັດສາດອັນສະຫງ່າອົງອາດໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງຊາດຫວຽດນາມ ເມື່ອໄດ້ເຮັດສຳເລັດພາລະກຳປະຫວັດສາອັນສະຫງ່າງາມ ນັ້ນແມ່ນ ປົດປ່ອຍພາກໃຕ້ຫວຽດນາມຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ນຳປະເທດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງເອກະລາດ, ເອກະພາບ. ຕໍ່ໄປນີ້, ແມ່ນການວິເຄາະຂອງບັນດານັກຊ່ຽວຊານ ແລະ ບຸກຄົນທີ່ເຂົ້າຮ່ວມການຕໍ່ສູ້ປົດປ່ອຍພາກໃຕ້ຫວຽດນາມ.
TAG
VOV/VOVworld/ໄຊ​ຊະ​ນະ/ລະ​ດູ​ບານ​ໃໝ່ 1975/ປົດ​ປ່ອຍ​ພາກ​ໃຕ້/ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ/ໄຊ​ງ່ອນ/ອະ​ດິດ​ຕະ​ການ/ອາ​ເມ​ລິ​ກາ/ຮອບ​ດ້ານ/ປ່ຽນ​ແປງ​ໃໝ່