ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ
21/08/2019 07:40
(VOVWORLD) - ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ແມ່ນຄຳສັ່ງສອນຈາກດວງໃຈ, ກາຍເປັນການກະທຳທີ່ມີຄວາມຕື່ນຕົວໃນທຸກໄລຍະການປະຕິວັດ, ໃນທຸກວຽກງານຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ຫວຽດນາມ ແຕ່ລະຄົນ.

ໃນຕະຫລອດຊີວິດ, ປະທານ ໂຮ່ຈີມິນ ໄດ້ເປັນແບບຢ່າງອັນສູງສົ່ງ, ໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ພາລະກິດການປະຕິວັດຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໃນໂລກ. 50 ປີໄດ້ຜ່ານພົ້ນໄປແລ້ວ, ເມື່ອອ່ານຄືນຄຳພິໄນກຳຂອງປະທານ ໂຮ່ຈີມິນ, ທຸກໆຄົນ, ພິເສດແມ່ນພະນັກງານສະມາຊິກພັກ ຍິ່ງມີຄວາມເຊື່ອມຊຶມຄຳສັ່ງສອນຂອງເພິ່ນ, ສູ້ຊົນບຳເພັນ, ຝຶກຝົນຫຼໍ່ຫຼອມ, ເພື່ອປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ. ການເປັນແບບຢ່າງ ຄວາມຈິງແລ້ວແມ່ນການບຳເພັນຝຶກຝົນຫຼໍ່ຫຼອມ, ມຸ່ງໄປເຖິງສິ່ງທີ່ດີງາມ, ສູງສົ່ງ ແລະ ກໍ່ແມ່ນການສະກັດກັ້ນບັນດາຄວາມຜິດພາດຂອງສະມາຊິກພັກ. ຮ່ຳຮຽນນຳປະທານ ໂຮ່ຈີມິນ ກ່ຽວກັບຄວາມຮັບຜິດຊອບເປັນແບບຢ່າງ (ພາບ: TTXVN) ໃນຫລາຍປີທີ່ຜ່ານມາ, ການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ ແມ່ນປະກົດການຢ່າງຊີວິດຊີວາຂອງຄວາມເຄົາລົບຮັກແພງ, ຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງ ແລະ ພາລະກິດການປະຕິວັດຂອງເພິ່ນ, ເພື່ອໃຫ້ປະຊາຊົນ ຫວຽດນາມ ແຕ່ລະຄົນມີການດຳລົງຊີວິດ ແລະ ເຮັດວຽກໄດ້ດີກ່ວາ.
TAG
VOV/VOVworld/ຮ່ຳຮຽນ/ປະທານ ໂຮ່ຈີມິນ/ເປັນແບບຢ່າງ/ແນວຄິດ/ຄຸນສົມບັດ/ແບບແຜນການດຳລົງຊີວິດ
Related








