ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ໃນການສ້າງລັດຖະບານເອເລັກໂຕນິກ
02/12/2019 09:03
(VOVWORLD) - ລະບົບແບ່ງປັນ ແລະ ຕິດຕາມກວດກາຂໍ້ມູນຂ່າວສານ ຮັບໃຊ້ລັດຖະບານເອເລັກໂຕນິກ ຫາກໍໄດ້ນຳເຂົ້າໃຊ້ງານໃນທ້າຍເດືອນພະຈິກຜ່ານມາ. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີແນັດໃນວິວັດການສ້າງລັດຖະບານເອເລັກໂຕນິກຢູ່ຫວຽດນາມ, ມຸ່ງໄປເຖິງລັດຖະບານດີຈີຕອນ ແລະ ພື້ນຖານເສດຖະກິດດີຈີຕອນ.

ຄືກັນກັບປະເທດອື່ນໆໃນທົ່ວໂລກ, ຢູ່ຫວຽດນາມ ໄດ້ມີຫຼາຍອົງການ, ວິສາຫະກິດ ແລະ ສ່ວນບຸກຄົນ ຖືກໂຈມຕີທາງເຄືອຂ່າຍອິນເຕີແນັດ ເມື່ອໃຊ້ບັນດາການບໍລິການສາທາລະນະອອນລາຍ, ການຕິດຕໍ່ພົວພັນທາງເອເລັກໂຕນິກ ແລະ ອື່ນໆ. ລະບົບແບ່ງປັນ ແລະ ຕິດຕາມກວດກາຄວາມປອດໄພດ້ານຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລັກໂຕນິກ ໂດຍບັນດາສະມາຊິກໃນສະຫະພັນປົດລະຫັດໄວຣັດ ແລະ ປ້ອງກັນຕ້ານການໂຈມຕີທາງເຄືອຂ່າຍອິນເຕີແນັດ ເຊິ່ມລວມມີ Viettel, VNPT, CMC, FPT, BKAV ໄດ້ສົມທົບກັນສ້າງຂຶ້ນ. ລະບົບດັ່ງກ່າວເຮັດໜ້າທີ່ຕິດຕາມກວດກາ, ວິເຄາະວິໄຈ, ແບ່ງປັນຂໍ້ມູນ ແລ້ວແຈ້ງເຕືອນ ໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໂດຍໄວ ເພື່ອແນໃສ່ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃຫ້ແກ່ລັດຖະບານເອເລັກໂຕນິກ.
TAG
VOV/VOVworld/ຂໍ້ມູນຂ່າວສານ/ຄວາມປອດໄພ/ລັດຖະບານເອເລັກໂຕນິກ/ດີຈີຕອນ
Related
More








