ບາດກ້າວເດີນໃໝ່ໃນການຊຸກຍູ້ການຕ່າງປະເທດຂອງລັດຖະສະພາ
09/10/2018 09:29
(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ພວມມີການຢ້ຽມຢາມສາທາລະນະລັດ ຕວກກີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP 3).
ການປະຕິບັດງານຄັ້ງນີ້ ໄດ້ດຳເນີນແຕ່ວັນທີ 07 – 12 ຕຸລາ ເຊິ່ງແມ່ນການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງສະພາແຫ່ງຊາດ ຫວຽດນາມ ໃນປີ 2018, ສືບຕໍ່ຢືນຢັນບົດບາດສຳຄັນຂອງການພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນການປະຕິບັດແນວທາງການພົວພັນຕ່າງປະເທດຂອງ ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສດຳເນີນທຸລະກິດ ແລະ ລົງທຶນ ຕວກກີ - ຫວຽດນາມ ພາບ: TTXVN ການປະຕິບັດງານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ປະຕິບັດຕາມຄຳເຊືອເຊີນຂອງທ່ານປະທານ Duma ແຫ່ງຊາດສະຫະພັນ ລັດເຊຍ V.Volodin ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang, ປະທານຮ່ວມໃນການກໍຕັ້ງກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອຮົບ (MSEAP); ຢ້ຽມຢາມ ສ.ຕວກກີ ຢ່າງເປັນທາງການ ຕາມຄຳເຊືຶ້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຕວກກີ Binali Yildirim.
TAG
VOV/VOVworld/ບາດກ້າວເດີນໃໝ່/ການຕ່າງປະເທດ/ລັດຖະສະພາມ ຕວກກີ
Related








