ບາດລ້ຽວອັນຕະລາຍໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ
06/08/2019 08:59
(VOVWORLD) - ບັນດາການກະທຳໂຕ້ຕອບກັນໃນຂົງເຂດເສດຖະກິດລະຫວ່າງ ອາເມລິກາ ແລະ ຈີນ ດຳເນີນໄປໃນວັນທີ 05 ສິງຫາ ເຊິ່ງພວມຍູ້ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຕົກເຂົ້າສູ່ໄລຍະອັນຕະລາຍໃໝ່. ການຜັນແປນີ້ ໄດ້ສະແດງໃຫ້ເຫັນທັງ 2 ຝ່າຍຍັງບໍ່ທັນມີສັນຍານຫລຸດຜ່ອນຄວາມເຄັ່ງຕຶງລົງ, ສິ່ງນີ້ມີຄວາມໝາຍຄືກັບເລື່ອງເສດຖະກິດໂລກ ຍັງປະເຊີນໜ້າຕໍ່ຄວາມສ່ຽງຫລາຍຢ່າງ.

ບໍ່ພຽງແຕ່ແມ່ນສົງຄາມການຄ້າຊື່ໆເທົ່ານັ້ນ, ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ຍັງແມ່ນການສູ້ຢັນກັນດ້ານພູມສາດການເມືອງລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່. ແລະ ໂລກ ພວມຖືກຢູ່ກັບຄວາມບໍ່ມີສະຖຽນລະພາບ ແລະ ວຸ່ນວາຍ ເມື່ອການສູ້ຢັນຍຸດທະສາດລະຫວ່າງ ອາເມລິກາ - ຈີນ ສືບຕໍ່ເພີ່ມຂຶ້ນ.
TAG
VOV/VOVworld/ບາດລ້ຽວອັນຕະລາຍ/ສົງຄາມການຄ້າ/ອາເມລິກາ/ຈີນ
Related








