VOV WorldVOV World
ບໍ່​ອາດ​ສືບ​ຕໍ່​ເຮັດ​ໃຫ້​ສູນເສຍ​ຄວາມ​​ເຊື່ອ​ໝັ​້ນ​ໃນ​ພາກ​ພື້ນ​ຕື່​ມອີກ
05/08/2019 08:56
(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຫາກໍສິ້ນສຸດລົງໃນທ້າຍອາທິດຜ່ານມາຢູ່ ບາງກອກ ປະເທດ ໄທ. ໄປຄຽງຄູ່ກັບການເຕື້ອງເຖິງຫຼາຍບັນຫາທີ່ຮ້ອນເຮັ່ງໃນພາກພື້ນແລ້ວ, ບັນຫາທະເລຕາເວັນອອກ ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ເຊິ່ງນັບທັງ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຢູ່ນອກກຸ່ມ ອາຊຽນ. ຕໍ່ໜ້າການປະກອບຄໍາເຫັນຢ່າງກົງໄປກົງມາ, ເດັດດ່ຽວ, ບົນເນື້ອໃນຈິດໃຈສ້າງສັນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນທີ່ກອງປະຊຸມນັ້ນ, ຫຼາຍປະເທດ ໄດ້ສະແດງຄວາມຄວາມເຫັນດີເຫັນພ້ອມ, ແບ່ງປັນ ແລະ ສະໜັບສະໜູນຢ່າງແຮງ.
ບໍ່​ອາດ​ສືບ​ຕໍ່​ເຮັດ​ໃຫ້​ສູນເສຍ​ຄວາມ​​ເຊື່ອ​ໝັ​້ນ​ໃນ​ພາກ​ພື້ນ​ຕື່​ມອີກ
ທະເລຕາເວັນອອກ ຍາມໃດກໍແມ່ນບັນຫາທີ່ໄດ້ນໍາມາແລກປ່ຽນ, ປຶກສາຫາລືທີ່ກອງປະຊຸມຄັ້ງຕ່າງໆ ຂອງ ອາຊຽນ. ແລະ ໃນຄັ້ງນີ້ ກໍ່ໍບໍ່ຢູ່ນອກທໍານຽມດັ່ງກ່າວ, ໂດຍສະເພາະ ແມ່ນໃນສະພາບທີ່ ຫວ່າງມໍ່ໆມານີ້, ຢູ່ທະເລຕາເວັນອອກມີກອງກໍ່າປັ່ນສໍາຫຼວດທໍລະນີ ຫາຍຢ໊າງ 8 ຂອງ ຈີນ ພ້ອມດ້ວຍກໍ່າປັ່ນປ້ອງກັນລໍາຕ່າງໆເຄື່ອນໄຫວໃນເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ ໂດຍບໍ່ຂໍອະນຸຍາດ, ເຊິ່ງເປັນການກະທໍາລະເມີດອະທິປະໄຕ ແລະ ສິດອໍານາດອະທິປະໄຕຂອງຫວຽດນາມ.   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: VGP)
TAG
VOV/VOVworld/DOC/ທະເລຕາເວັນອອກ/ອະທິປະໄຕ/ໄຫຼ່ທະວີບ