ບໍ່ອາດເສກສັນປັ້ນແຕ່ງ EVFTA ແລະ ກີດຂວາງວິວັດທະນາການເຊື່ອມໂຍງຂອງຫວຽດນາມໄດ້
13/02/2020 11:10
(VOVWORLD) -ວັນທີ 12 ກຸມພາ ປີ 2020, ລັດຖະສະພາ ເອີລົບ (EP) ໄດ້ປ່ອນບັດໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງ ສະຫະພາບເອີລົບ ກັບ ຫວຽດນາມ. ເລື່ອງ EP ໃຫ້ສັດຕະຍາບັນ EVFTA ແລະ EVIPA ດ້ວຍບັດສະຫນັບສະຫນູນສູງ ໄດ້ເຮັດໃຫ້ບັນດາຖ້ອຍທຳນອງເສກສັ້ນປັ້ນແຕ່ງ ສັນຍານີ້ ປະຈຸບັນແມ່ນບໍ່ມີຄວາມໝາຍ ແລະ ບໍ່ໄດ້ຮັບຄວາມສົນໃຈອີກແລ້ວ. ສິ່ງນີ້ກໍ່ເປັນການພິສູດໃຫ້ເຫັນວ່າ ບໍ່ວ່າຖ້ອຍທຳນອງໃດຂອງບັນດາອິດທິກຳລັງເປັນປໍລະປັກກໍ່ບໍ່ອາດກີດຂວາງການເຊື່ອມໂຍງຂອງຫວຽດນາມໄດ້.

ພິທີລົງນາມໃນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ ພາບ:TTXVN ເລື່ອງລັດຖະສະພາ ເອີລົບ ຮັບຮອງເອົາ EVFTA ແມ່ນຂີດໝາຍສຳຄັນໃນໄລຍະທາງ 30 ປີແຫ່ງການພັດທະນາການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອີຢູ. ດ້ວຍສັນຍານີ້ ຫວຽດນາມ ແມ່ນປະເທດ ພວມພັດທະນາທຳອິດຢູ່ ພາກພື້ນ ອາຊີ ປາຊີຟິກ ມີການພົວພັນດ້ານການຄ້າເສລີ ກັບ ອີຢູ. ສິ່ງນີ້ ເປັນການຢືນຢັນບົດບາດ ແລະ ທີ່ຕັ້ງພູມສາດການເມືອງສຳຄັນຂອງຫວຽດນາມ ຢູ່ພາກພື້ນ, ຢືນຢັນ ຫວຽດນາມ ຈາກປະເທດເດີນຕາມຫລັງໃນວິວັດການເຊື່ອມໂຍງກັບເສດຖະກິດສາກົນ ເປັນຄັ້ງທຳອິດໄດ້ບືນຕົວຂຶ້ນກາຍເປັນປະເທດຫນຶ່ງໃນບັນດາປະເທດນຳຫນ້າຢູ່ພາກພື້ນໃນວິວັດການດັ່ງກ່າວ.
TAG
VOV/VOVworld/ສິດທິມະນຸດ
Related








