ບັນຫາທະເລຕາເວັນອອກ ຢູ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ
18/11/2019 09:06
(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ (ADMM ວົງແຄບ) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) ຄັ້ງທີ 6 ໄດ້ຈັດຕັ້ງຢູ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ 16 – 19 ພະຈິກ, ໜຶ່ງໃນບັນດາບັນຫາທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແມ່ນບັນຫາທະເລຕາເວັນອອກ. ບັນດາຜູ້ແທນລ້ວນແຕ່ຢັ້ງຢືນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບສັນຕິພາບໃນພາກພື້ນ.

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ກອງປະຊຸມ ADMM ວົງແຄບ ແລະ ADMM+ ຄັ້ງທີ 6 ໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມສຳນຶກຄວາມໝັ້ນຄົງແບບຍືນຍົງເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງການປ້ອງກັນຊາດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມືເຈລະຈາໃນທຸກຂົງເຂດ. ບັນດາການປຶກສາຫາລືໄດ້ຈັດຕັ້ງໃນ 7 ຂົງເຂດຮ່ວມມື, ລວມມີ ການໜູນຊ່ວຍມະນຸດສະທຳ, ການບັນເທົາທຸກຈາກໄພພິບັດ, ຄວາມໝັ້ນຄົງການເດີນເຮືອ, ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ, ການເຄື່ອນໄຫວມະນຸດສະທຳ ແລະ ຄວາມປອດໄພດ້ານເຄືອຂ່າຍອິນເຕີແນັດ.
TAG
VOV/VOVworld/ອາຊຽນ/ADMM ວົງແຄບ/ADMM+
Related
More







